ທ່ານດີງເທຮີງ, ຫົວຫນ້າຄະນະໂຄສະນາສຶກສາສູນກາງ
|
(vovworld)- ຕອນເຊົ້າວັນທີ 30/12 ຢູ່ ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງ, ກະຊວງຖະແຫລງຂ່າວ ແລະ ສື່ສານ, ສະມາຄົມນັກຂ່າວຫວຽດນາມໄດ້ສົມທົບກັນຈັດຕັ້ງກອງປະຊຸມສື່ມວນຊົນທົ່ວປະເທດ ສະຫລຸບວຽກງານປີ 2015 ແລະ ຜັນຂະຫຍາຍຫນ້າທີ່ປີ 2016. ໃນປີຜ່ານມາ, ບັນດາອົງການສື່ມວນຊົນ ແລະ ຖັນແຖວນັກຂ່າວ ໄດ້ສື່ຂ່າວກ່ຽວກັບຊີວິດທາງດ້ານການເມືອງ, ເສດຖະກິດສັງຄົມພາຍໃນປະເທດ, ສະພາບການສາກົນຢ່າງທັນການ, ຄົບຖ້ວນ. ມີອົງການສື່ມວນຊົນຫລາຍແຫ່ງ ໄດ້ຕັ້ງຫນ້າຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ປະຕິເສດທັດສະນະ, ທ້ອຍທຳນອງທີ່ຜິດພາດ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ ແລະ ລັດ. ທີ່ກອງປະຊຸມ, ຄະນະໂຄສະນາສຶກສາສູນກາງ ໄດ້ມອບໃບຍ້ອງຍໍໃຫ້ 20 ໝູ່ຄະນະ ທີ່ມີຜົນງານດີເດັ່ນໃນວຽກງານໂຄສະນາໃນປີ 2015, ໃນນັ້ນ ມີວິທະຍຸກະຈາຍສຽງຫວຽດນາມ.
ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານດິງເທ້ຮິງ ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ, ຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ ເນັ້ນໜັກວ່າ ໃນປີ 2016, ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ, ໂຄສະນາກ່ຽວກັບເຂດໝູ່ເກາະ ທະເລ ແລະ ການແບ່ງກຳນົດປັກຫຼັກໝາຍຊາຍແດນ ຄວນສືບຕໍ່ປ່ຽນໃໝ່, ສ້າງຮູບການ, ແບບວິທີການໂຄສະນາຖະແຫຼງຂ່າວເປັນພາສາຕ່າງປະເທດເປັນຫຼາຍຮູູບຫຼາຍສີ, ທັນການ, ສອດຄ່ອງກັບແຕ່ລະເປົ້າໝາຍ; ເພີ່ມທະວີການຕິດຕາມ, ກຳແໜ້ນບັນຫາ, ຄາດຄະເນສະພາບການສາກົນ ແລະ ພາກພື້ນ, ການຜັນແປຢູ່ທະເລຕາເວັນອອກ, ເຂດຊາຍແດນຫວຽດນາມ-ກຳປູເຈຍ. ສືບຕໍ່ຍູ້ແຮງການໂຄສະນາທັດສະນະ, ຫຼັກໝັ້ນຂອງຫວຽດນາມໃນການແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກດ້ວຍມາດຕະການໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໂຄສະນາກ່ຽວກັບການພົວພັນມິດຕະພາບລະຫວ່າງຫວຽດນາມກັບປະເທດຕ່າງໆ….