ສື່ມວນ​ຊົນ​ສາ​ກົນ: ຫວຽດ​ນາມ​ແມ່ນ​ປະ​ເທດ​ແບບ​ຢ່າງ​ໃນ​ການ​ຟື້ນ​ຟູຫຼັງ​ພະ​ຍາດ​ໂຄວິດ - 19

(VOVWORLD) -ສຳນັກຂ່າວສານ Nikkei Asia ໄດ້ຈັດ ຫວຽດນາມ ແມ່ນໜຶ່ງໃນ 10 ປະເທດມີຍຸດທະສາດຄວບຄຸມພະຍາດໂຄວິດ - 19 ດີທີ່ສຸດໃນໂລກ ແລະ ຫວຽດນາມ ກໍ່ແມ່ນປະເທດ ມີທີ່ຕັ້ງດີທີ່ສຸດ ເພື່ອໃຫ້ບັນດາວິສາຫະກິດຕ່າງປະເທດຫັນມາລົງທຶນ.
ສື່ມວນ​ຊົນ​ສາ​ກົນ: ຫວຽດ​ນາມ​ແມ່ນ​ປະ​ເທດ​ແບບ​ຢ່າງ​ໃນ​ການ​ຟື້ນ​ຟູຫຼັງ​ພະ​ຍາດ​ໂຄວິດ - 19 - ảnh 1ພາບປະກອບ: VOV

ປີ 2022, ໂດຍບໍ່ຫົວຊາຕໍ່ບັນດາຄວາມຫຍຸ້ງຍາກຂອງພະຍາດໂຄວິດ - 19 ທີ່ເກີດຂຶ້ນໃນຊຸມເດືອນຕົ້ນປີ, ການທະກະກັນລະຫວ່າງ ລັດເຊຍ - ຢູແກຼນ ເຮັດໃຫ້ລາຄາພະລັງງານເພີ່ມຂຶ້ນສູງ, ຫວຽດນາມ ຍັງບັນລຸການເຕີບໂຕຢູ່ລະດັບ 8,02%, ສູງກ່ວາເມື່ອທຽບໃສ່ກັບເປົ້າໝາຍ ໂດຍລັດຖະບານ ແລະ ບັນດາອົງການການເງິນສາກົນ ວາງອອກ. ດ້ວຍດັດຊະນີການເຕີບໂຕນີ້, ສື່ມວນຊົນສາກົນ ໄດ້ຖື ຫວຽດນາມ ແມ່ນ ພື້ນຖານເສດຖະກິດທີ່ເປັນແບບຢ່າງໃນເຕີບໂຕ ຫຼງໂຄວິດ - 19.

ສຳນັກຂ່າວສານ Nikkei Asia ໄດ້ຈັດ ຫວຽດນາມ ແມ່ນໜຶ່ງໃນ 10 ປະເທດມີຍຸດທະສາດຄວບຄຸມພະຍາດໂຄວິດ - 19 ດີທີ່ສຸດໃນໂລກ ແລະ ຫວຽດນາມ ກໍ່ແມ່ນປະເທດ ມີທີ່ຕັ້ງດີທີ່ສຸດ ເພື່ອໃຫ້ບັນດາວິສາຫະກິດຕ່າງປະເທດຫັນມາລົງທຶນ.

        ໜັງສືພິມ Channelnewsasia ຂອງ ສິງກະໂປມີບົດວິຈານດ້ວຍຫົວຂໍ້ວ່າ “ຫວຽດນາມ ແບບຢ່າງໃນການຟື້ນຟູຫຼັງໂຄວິດ - 19”. ຕາມບົດຂຽວແລ້ວ, ຫວຽດນາມ ພວມກາຍເປັນແບບຢ່າງໃນການຟື້ນຟູເສດຖະກິດໃຫ້ແກ່ພື້ນຖານເສດຖະກິດທີ່ຫາກໍ່ພົ້ນເດັ່ນຫຼັງພະຍາດໂຄວິດ - 19.

ສ່ວນໜັງສືພິມ Firstpost ຂອງອິນເດຍ ສະບັບອອກໃນວັນທີ 30 ທັນວາ ໄດ້ລົງພິມບົດຂຽນໃຫ້ຂໍ້ສັງເກດວ່າ ຫວຽດນາມ ພວມແມ່ນພື້ນຖານເສດຖະກິດມີລະດັບເຕີບໂຕທີ່ເປັນໜ້າປະທັບໃຈ ໂດຍບໍ່ຫົວຊາຕໍ່ພະຍາດໂຄວິດ - 19 ແລະ ການປະທະກັນ.

ຕອບກັບ

ຂ່າວ/ບົດ​ອື່ນ