ສື່ມວນຊົນອິນໂດເນເຊຍ: ການພົວພັນຫວຽດນາມແລະອິນໂດເນເຊຍຍາມໃດກໍ່ແມ່ນຄູ່ຮ່ວມມືທີ່ໃກ້ຊິດສະໜິດສະໜົມ

(VOVWORLD) -ເນື່ອງໃນໂອກາດການຢ້ຽມຢາມປະເທດອິນໂດເນເຊຍ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ. ວັນທີ 22 ສິງຫາ, ໜັງສືພິມ Jakarta Post ໄດ້ລົງພິມບົດຂຽນ, ໃນນັ້ນຢືນຢັນວ່າ

ສື່ມວນຊົນອິນໂດເນເຊຍ: ການພົວພັນຫວຽດນາມແລະອິນໂດເນເຊຍຍາມໃດກໍ່ແມ່ນຄູ່ຮ່ວມມືທີ່ໃກ້ຊິດສະໜິດສະໜົມ - ảnh 1 (ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ແລະ

ທ່ານປະທານາທິບໍດີ Joko Widodo ໄດ້ມີການປະຊຸມຂ່າວພາຍຫຼັງພິທີລົງນາມ)

ຫວຽດນາມ ແລະ ອິນໂດເນເຊຍ ຍາມໃດກໍ່ແມ່ນຄູ່ຮ່ວມມືທີ່ໃກ້ຊິດສະໜິດສະໜົມ. ຕາມບົດຂຽນແລ້ວ, ການຢ້ຽມຢາມຄັ້ງປະຫວັດສາດຂອງທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ສ່ອງແສງເຖິງການພົວພັນນັບມື້ນັບມີລັກສະນະຍຸດທະສາດລະຫວ່າງ 2 ປະເທດທີ່ພວມພົ້ນເດັ່ນຂຶ້ນຢູ່ອາຊີຕາເວັນອອກສ່ຽງໃຕ້. ບົດຂຽນຖືວ່າ, ຫວຽດນາມ ແລະ ອິນໂດເນເຊຍ ມີພື້ນຖານເສດຖະກິດທີ່ຄ້າຍຄືກັນ. 2 ປະເທດໄດ້ວາງຄາດໝາຍຮອດປີ 2018, ມູນຄ່າການຄ້າ 2 ສົ້ນຈະບັນລຸລະດັບ 10 ຕື້ USD. ໃນຂົງເຂດການເມືອງ, 2 ປະເທດໄດ້ແບ່ງປັນບັນດາທັດສະນະ ແລະ ຮັກສາການພົວພັນຮ່ວມມືຢ່າງແໜ້ນແຟ້ນໃນບັນດາເວທີປາໄສສາກົນຄື: ສະຫະປະຊາຊາດ, ອາຊຽນ ແລະ ບັນດາອົງການຈັດຕັ້ງສາກົນອື່ນໆ.

        ສ່ວນສື່ເອເລັກໂຕນິກ aurasiareview, ວັນທີ 21 ສິງຫາ ໄດ້ລົງບົດຂຽນກ່ຽວກັບການຢ້ຽມຢາມອິນໂດເນເຊຍ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ. ບົດຂຽນໃຫ້ຮູ້ວ່າ, ໃນເດືອນພະຈິກຈະມາເຖິງ, ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສຸດຍອດ APEC 2017 ຢູ່ດ່ານັ້ງ ແລະ ທ່ານປະທານາທິບໍດີ Widodo ຈະເຂົ້າຮ່ວມກອງປະຊຸມ. ບັນດາການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ແລະ ທ່ານປະທານາທິບໍດີ Widodo ແມ່ນກຳນົດທິດໃຫ້ການພົວພັນຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ