ສື່ມວນຊົນເຊັກໂກຍ້ອງຍໍນະໂຍບາຍສາສະຫນາຂອງຫວຽດນາມ

ສື່ມວນຊົນເຊັກໂກຍ້ອງຍໍນະໂຍບາຍສາສະຫນາຂອງຫວຽດນາມ - ảnh 1

(vovworld)- ​ ​​ໃນບົດ​ຂຽນ​ລົງ​ໃນ​ສື່​ເອ​ເລັກ​ໂຕ​ນິກ “Parlamentnilisty.cz” ຂອງ ເຊັກ​ໂກ, ນັກ​ຂ່າວ Pavel Herman ໄດ້​ຕີ​ລາ​ຄາ​ວ່າ ຫວຽດ​ນາມ ແມ່ນ​ປະ​ເທດ​ມີ​ຫລາຍ​ສາ​ສະ​ຫນາ ດ້ວຍ​ສາ​ສະ​ນິ​ກະ​ຊົນ​ປະ​ມານ 24 ລ້ານ​ຄົນ, ກວມ​ປະ​ມານ 27% ຈຳ​ນວນ​ພົນ​ລ​ະ​ເມືອງ. ຄາດ​ວ່າ ປະ​ຈຸ​ບັນ 95% ພົນ​ລະ​ເມືອງ​ຫວຽດ​ນາມ ​ເຂົ້າ​ຮ່ວມການ​ເຄື່ອນ​ໄຫວ​ທາງ​ສາ​ສະ​ຫນາ ດ້ວຍປະ​ມານ 8000 ງານ​ບຸນ. ຍ້ອນ​ມີ​ຫລາຍ​ຮູບ​ການ​ເຊື່​ອ​ຖື​ສາ​ສະ​ຫນາ ກໍ​ຄື​ມີ​ຫລາຍ​ສາ​ສະ​ຫນາ, ສະ​ນັ້ນ ຫວຽດ​ນາມ ໄດ້​ຮັບ​ຖື​ວ່າ ແມ່ນ “ຫໍ​ພິ​ພິ​ທະ​ພັນ​ແຫ່ງ​ສາ​ສະ​ຫນາ” ຂອງ​ໂລກ, ປະ​ກອບ​ສ່ວນ​ເຮັດ​ໃຫ້​ພື້ນ​ຖານ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ເປັນ​ຫລາຍ​ຫລາຍ​ແບບ ແລະ ເປັນ​ເອ​ກະ​ລັກ​ສະ​ເພາະ. ລັດ​ຫວຽດ​ນາມ ຍາມ​ໃດ​ກໍ​ຢືນ​ຢັນ ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ ແມ່ນ​ເຄົາ​ລົບ, ຮັບ​ປະ​ກັນ​​ຄວາມ​ເສ​ລີ​ໃນ​ການ​ເຊື່ອ​ຖື​ສາ​ສະ​ຫນາ ແລະ ສິດ​ເສ​ລີໃນ​ການບໍ່​ເຊື່ອ​ຖື​ສາ​ສະ​ຫນາ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ.


ຕອບກັບ

ຂ່າວ/ບົດ​ອື່ນ