(VOVWORLD) - ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ໄດ້ກາຍເປັນຫົວຂໍ້ພົ້ນເດັ່ນ ໂດຍສື່ມວນຊົນ ຈີນ ໄດ້ສ່ອງແສງໃນ 2 ມື້ຜ່ານມາ.
ຂ່າວ, ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ທີ່ໄດ້ເອົາລົງໃນໜ້າປົກໜັງສືພິມລາຍວັນ ເຍິນເຢີນ ສະບັບອອກວັນທີ 13 ທັນວາ (ພາບ: VOV) |
ໃນຕອນເຊົ້າວັນທີ 12 ທັນວາ, ຂ່າວກ່ຽວກັບການຢ້ຽມຢາມ ໄດ້ອັບເດດຢ່າງລຽນຕິດ. ຮູບພາບປະຊາຊົນ ຫວຽດນາມ ຕ້ອນຮັບການນຳ ຈີນ, ພິທີຕ້ອນຮັບຢ່າງເປັນທາງການ, ການເຈລະຈາ, ງານລ້ຽງຊາ, ໂດຍສະເພາະແມ່ນເລື່ອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງໄດ້ມອບ ແລະ ແນະນຳຂອງຂວັນຊຶ່ງແມ່ນ ພາບຂັດມັນຝັງໄຂ່ມຸກທີ່ພັນລະນາຮູບພາບສອງທ່ານກຳລັງດື່ມນ້ຳຊາ ຢູ່ ປັກກິ່ງ ໃນການຢ້ຽມຢາມຈີນ ເມື່ອທ້າຍປີ 2022 ໃຫ້ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ນັ້ນ ແມ່ນໄດ້ຮັບຄວາມສົນໃຈຈາກສື່ມວນຊົນ ແລະ ໄດ້ເຜີຍຢ່າງກວ້າງຂວາງໃນສື່ສັງຄົມອອນໄລ.
ສຳລັບຂໍ້ມູນກ່ຽວກັບການເຈລະຈາລະຫວ່າງເລຂາທິການໃຫຍ່ 2 ທ່ານ ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 12 ທັນວາ, ສະຖານີໂທລະພາບສູນກາງຂອງ ຈີນ ໄດ້ຄັດສະເໜີຄຳປາໄສຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ໂດຍໄດ້ເນັ້ນໜັກວ່າ: ກັບມາຢ້ຽມຢາມ ຮ່າໂນ້ຍ ພາຍຫຼັງໄລຍະເວລາ 6 ປີ, ທ່ານຮູ້ສຶກວ່າ ນ້ຳໃຈໄມຕີຈິດມິດຕະພາບຢ່າງເລິກເຊິ່ງຂອງພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ.
ຂ່າວ, ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ໃນໜັງສືພິມ Chinadaily (ພາບ: VOV) |
ສື່ມວນຊົນ ຈີນ ກໍເນັ້ນໜັກວ່າ ເລື່ອງສອງປະເທດປະກາດບົດບາດທີ່ຕັ້ງໃໝ່ຂອງການພົວພັນລະຫວ່າງສອງພັກ, ສອງລັດ, ບົນພື້ນຖານເຮັດໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເລິກເຊິ່ງຂຶ້ນຕື່ມ, ຮ່ວມແຮງຮ່ວມໃຈສ້າງວົງຄະນະຍາດ ຫວຽດນາມ - ຈີນ ແບ່ງປັນໃນອະນາຄົດ ແມ່ນມີຄວາມໝາຍຍຸດທະສາດ.
ໄປຄຽງຄູ່ກັນນັ້ນ, ມີຫຼາຍບົດແນະນຳກ່ຽວກັບ ຫວຽດນາມ, ກ່ຽວກັບການຮ່ວມມືລະຫວ່າງສອງຝ່າຍ ແລະ ນ້ຳໃຈຂອງປະຊາຊົນສອງປະເທດ ກໍໄດ້ໃຫ້ຂ່າວຢ່າງກວ້າງຂວາງ ແລະ ເປັນທີ່ສົນໃຈຈາກມວນຊົນຈຳນວນຫຼາຍ. ສະເພາະສຳນັກຂ່າວສານ ຊິນຮວາ ໄດ້ມີບົດຂຽນນັບ 10 ບົດກ່ຽວກັບການຢ້ຽມຢາມ ແລະ ບັນດາຫົວຂໍ້ທີ່ກ່ຽວຂ້ອງ.
ບິກທ້ວນ - ນັກຂ່າວ VOV ປະຈຳ ປັກກິ່ງ