ສື່ມວນຊົນ ຈີນ ໃຫ້ຂ່າວຫລວງຫລາຍກ່ຽວກັບການຢ້ຽມຢາມຫວຽດນາມຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ

(VOVWORLD) - ຢູ່ ຮ່າໂນ້ຍ, ບັນດາການນຳ 2 ປະເທດໄດ້ເຫັນດີເປັນເອກະສັນ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຈີນ - ຫວຽດນາມ ຢ່າງບໍ່ຢຸດຢັ້ງ 
ສື່ມວນຊົນ ຈີນ ໃຫ້ຂ່າວຫລວງຫລາຍກ່ຽວກັບການຢ້ຽມຢາມຫວຽດນາມຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ

ໃນລະຫວ່າງວັນທີ 13 – 14 ພະຈິກ, ສື່ມວນຊົນ ຈີນ ໄດ້ໃຫ້ຂ່າວຫລວງຫລາຍກ່ຽວກັບການຢ້ຽມຢາມທາງລັດຖະກິດເຖິງ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ.

        ໜັງສືພິມປະຊາຊົນລາຍວັນ ສະບັບອອກວັນທີ 13 ພະຈິກ ໃຫ້ຂ່າວວ່າ: ຢູ່ ຮ່າໂນ້ຍ, ບັນດາການນຳ 2 ປະເທດໄດ້ເຫັນດີເປັນເອກະສັນ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຈີນ - ຫວຽດນາມ ຢ່າງບໍ່ຢຸດຢັ້ງ ເພື່ອແນໃສ່ນຳມາເຊິ່ງຜົນປະໂຫຍດໃຫ້ 2 ປະເທດຫລາຍກ່ວາອີກ.

        ສຳນັກຂ່າວສານຊີນຮວາໃຫ້ຂ່າວວ່າ: ທ່ານເລຂາທິການໃຫຍ່, ປະທານປະເທດ ສີຈິ້ນຜິງ ຮຽກຮ້ອງ 2 ຝ່າຍຖືເປັນສຳຄັນພິເສດບັນດາຜົນປະໂຫຍດລວມຂອງ 2 ພັກ, 2 ລັດ ພ້ອມກັນນຳການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ຜ່ານຜ່າບັນດາໄລຍະຫຍຸ້ງຍາກ, ເພື່ອເປີດໄລຍະໃໝ່ໃນການພົວພັນ ຈີນ - ຫວຽດນາມ.

        ແລະກໍ່ໃນໄລຍະນີ້, ວິທະຍຸກະຈາຍສຽງສາກົນແຫ່ງປະເທດ ຈີນ (CRI), ໂທລະພາບສູນກາງຈີນ (CCTV)…ໄດ້ຄັດສະເໜີຄຳຕອບສຳພາດຂອງເອກອັກຄະລັດຖະທູດ, ນັກຊ່ຽວຊານ, ນັກສຶກສາ 2 ປະເທດ ຕີລາຄາກ່ຽວກັບຜົນງານແຫ່ງການພັດທະນາ, ນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ ແລະ ແງ່ຫວັງການພົວພັນ 2 ຝ່າຍໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ