ສື່ມວນຊົນ ອາກຊັງຕີນ ຕີລາຄາສູງຜົນງານດ້ານເສດຖະກິດຂອງ ຫວຽດນາມ

(VOVWORLD) - ຫວ່າງແລ້ວນີ້ສື່ເອເລັກໂຕນິກ Equilibrium Global ຂອງ ອາກຊັງຕີນ ມີບົດຂຽນຂອງສາດສະດາຈານ - ປອ Julio Sebares, ມະຫາວິທະຍາໄລ Buenos Aires, ໃນນັ້ນໄດ້ຕີລາຄາສູງບັນດາຜົນງານດ້ານເສດຖະກິດຂອງ ຫວຽດນາມ ພາຍຫຼັງ 30 ປີແຫ່ງການປ່ຽນແປງໃໝ່, 

ດ້ວຍພື້ນຖານເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມ. ໃນບົດຂຽນ, ສາດສະດາຈານ - ປອ Julio Sebares ເນັ້ນໜັກວ່າ: ໂດຍອີງໃສ່ການປະຕິບັດນະໂຍບາຍປ່ຽນແປງໃໝ່, ໃນ 15 ປີມໍ່ໆມານີ້, ເສດຖະກິດ ຫວຽດນາມ ບັນລຸລະດັບເຕີບໂຕກ່ວາ 6,5% ດ້ວຍລະດັບລາຍຮັບສະເລ່ຍໃສ່ຫົວຄົນເພີ່ມຂຶ້ນທົບ 9 ເທື່ອ ແລະ ບັນລຸເກືອບ 2.200 USD ໃນປີກາຍ.

        ການສະຖິຕິຂອງ ສປຊ ໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດ ປະສົບຜົນສຳເລັດທີ່ສຸດໃນການພັດທະນາເສດຖະກິດ ແລະ ແມ່ນໜຶ່ງໃນຈຳນວນຫນ້ອຍປະເທດໄດ້ປະຕິບັດສຳເລັດ ເປົ້າໝາຍພັດທະນາສະຫັດສະຫວັດ, ກ່ອນກຳນົດເວລາໂດຍ ສປຊ ວາງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ