ສີສັນຫວຽດນາມທີ່ວັນບຸນວັດທະນະທຳຢູ່ບຣຸກແຊນ

ສີສັນຫວຽດນາມທີ່ວັນບຸນວັດທະນະທຳຢູ່ບຣຸກແຊນ - ảnh 1
ສີສັນຫວຽດນາມທີ່ວັນບຸນວັດທະນະທຳຢູ່ບຣຸກແຊນ
(ພາບ: Vietnam+)

(vovworld) - ວັນ​ບຸນ​ວັດທະນະທຳ​ຫຼາຍ​ຮູບ​ຫຼາຍ​ແບບ​ໄດ້​ດຳ​ເນີນ​ຢູ່​ສະໜາມ​ຫຼວງ La Bourse ທີ່​ນະຄອນຫຼວງ ບຣຸກ​ແຊນ ​ໃນ​ວັນ​ທີ 7/5 ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 30 ປະ​ເທດ​ທີ່​ຂຶ້ນ​ກັບ 5 ທະວີບ, ​ເຊິ່ງມີ​ປະຊາຊົນ​ອາ​ໄສ​ຢູ່ ​ແບນ​ຊິກ. ສະຖານທູດ ຫວຽດນາມ​ປະຈຳ ບຣຸກ​ແຊນ ສົມທົບ​ກັບ​ສະມາຄົມ​ໃຫຍ່​ຊາວ​ຫວຽດນາມ​ອາ​ໄສ​ຢູ່ ​ແບນ​ຊິກ ​ເຂົ້າ​ຮ່ວມ​ງານ​ບຸນ, ດ້ວຍ​ລາຍການ​ແນຳ​ນຳ​ອາຫານ​ການ​ກິນ ຫວຽດນາມ. ວັນ​ບຸນ​ວັດທະນະທຳ​ຫຼາຍ​ຮູບ​ຫຼາຍ​ແບບຖືກ​ຈັດ​ຂຶ້ນ​ປະຈຳ​ປີ, ​ເພື່ອ​ແນ​ໃສ່​ເຊີດ​ຊູ​ບັນດາ​ຄຸນຄ່າ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ປະຊາ​ຄົມ​ປະຊາ​ຊາດ​ທີ່​ພວມ​ອາ​ໄສ​ຢູ່ ​ແບນ​ຊິກ. ​​ແຕ່ລະ​ປະ​ເທດ​ທີ່​ເຂົ້າຮ່ວມ​ງານ​ບຸນ ລ້ວນ​ແຕ່​ນຳ​ເອົາ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ຂອງ​ຕົນ​ມາສະ​ແດງ​ເຊັ່ນ: ອາຫານການ​ກິນ, ລາຍການ​ສະ​ແດງ​ສິລະ​ປະ. ພິ​ເສດ, ​ໃນ​ງານ​ບຸນ​ນີ້, ລາຍການ​​ແຫ່​ຂະ​ບວນ, ເຕັ້ນ​ສາກົນ​ໄດ້​ສ້າງ​ຈຸດ​ທີ່​ເປັນ​ເອກະລັກສະ​ເພາະ​ໃຫ້​ແກ່​ເຫດການ​ນີ້.

ຂ່າວ/ບົດ​ອື່ນ