ສີສັນເອກະລັກສະເພາະຂອງຊຸດເສື້ອຍາວນະຄອນ ໂຮ່ຈີມິນ

(VOVWORLD) - ຕອນເຊົ້າວັນທີ 04 ມີນາ, ທີ່ຖະໜົນຍ່າງ ຫງວຽນເຫ້ວ, ນະຄອນ ໂຮ່ຈີມິນ ໄດ້ດຳເນີນການສະແດງຊຸດເສື້ອຍາວ “ຂ້ອຍຮັກເສື້ອຍາວ ຫວຽດນາມ”, ດ້ວຍການເຂົ້າຮ່ວມຂອງພະນັກງານ, ພາລະກອນ, ລັດຖະກອນ, ສະມາຊິກສະຫະພັນແມ່ຍິງ ແລະ ນັກຮຽນ, ນັກສຶກສາຍິງຂອງນະຄອນຈຳນວນກ່ວາ 3000 ຄົນ.
ສີສັນເອກະລັກສະເພາະຂອງຊຸດເສື້ອຍາວນະຄອນ ໂຮ່ຈີມິນ - ảnh 1 ສີສັນເອກະລັກສະເພາະຂອງຊຸດເສື້ອຍາວນະຄອນ ໂຮ່ຈີມິນ (ພາບອິນເຕີແນັດ)

ລາຍການສະແດງຊຸດເສື້ອຍາວແມ່ນໜຶ່ງໃນບັນດາການເຄື່ອນໄຫວຂອງງານບູນເສື້ອຍາວນະຄອນ ໂຮ່ຈີມິນ ຄັ້ງມີ 5 ປີ 2018. ທ່ານ ບູຍຕາຮ່ວາງຫວູ ຫົວໜ້າພະແນກການທ່ອງທ່ຽວນະຄອນໂຮ່ຈີມິນ, ຫົວໜ້າຄະນະຈັດຕັ້ງງານບຸນໃຫ້ຮູ້ວ່າ:

        “ປີ 2018 , ເປັນຂີດໝາຍ 5 ປີທີ່ງານບຸນໄດ້ຈັດຕັ້ງຢູ່ນະຄອນ ໂຮ່ຈີມິນ. ພວກຂ້າພະເຈົ້າໄດ້ຈັດຕັ້ງ, ເຊື້ອເຊີນນັກອອກແບບ, ນາງແບບ, ນັກຜະລິດຫລາຍຄົນ ເພື່ອພ້ອມກັນເຂົ້າຮ່ວມການປະຕິບັດ, ຕອບສະໜອງງານບຸນ”.

        ງານບຸນເສື້ອຍາວ 2018 ຈະອັດລົງໃນວັນທີ 26 ມີນາ.

 

ຕອບກັບ

ຂ່າວ/ບົດ​ອື່ນ