Fesival ດົນຕີ ອາຊີ ເອີລົບຄັ້ງທີ 2
ພາບ:internet
|
(vovworld)- ຕອນຄ່ຳວັນທີ 12/10, Fesival ດົນຕີ ອາຊີ ເອີລົບຄັ້ງທີ 2 ແລະ Fesival -ກອງປະຊຸມສະຫະສະມາຄົມບັນດານັກປະດິດແຕ່ງດົນຕີ ອາຊີ - ປາຊີຟີກ ຄັ້ງທີ 34 ໄດ້ໄຂຂຶ້ນຢູ່ ຮ່າໂນ້ຍ. ເຂົ້າຮ່ວມ Fesival ຄັ້ງນີ້ ມີນັກສິລະປິນ, ນັກດົນຕີ ເກືອບ 200 ຄົນທີທີ່ມາຈາກ 30 ປະເທດ ແລະ ເຂດແຄ້ວນຄື: ອັງກິດ, ໂປໂລຍ, ການາດາ, ໂກໂລມບີ, ໄຕ້ຫວັນ, ເຢຍລະມັນ, ຮົ່ງກົງ, ຝລັ່ງ, ອົດສະຕາລີ, ແອດສະປາຍ, ຕວກກີ… ກ່າວຄຳເຫັນທີ່ພິທີໄຂ, ນັກປະພັນວັນນະຄະດີ ຫືວຖິງ, ປະທານສະຫະພັນບັນດາສະມາຄົມວັນນະຄະດີສິລະປະຫວຽດນາມ ໃຫ້ຮູ້ວ່າ:
“Fesival ດົນຕີຄັ້ງນີ້ແມ່ນການປະສົມປະສານລະຫວ່າງ 2 ພື້ນຖານດົນຕີ 2 ທະວີບ ກັບບັນດາບົດດົນຕີໂດຍບັນດານັກສິລະປິນໃນຍຸກປະບັນຂອງບັນດາປະເທດປະດິດແຕ່ງ. ນີ້ແມ່ນໂອກາດເພື່ອໃຫ້ພວກເຮົາພົບປະແລກປ່ຽນ, ແນະນຳບັນດາຜົນງານໃນຂົງເຂດປະດິດສ້າງດົນຕີອາຊີບລະດັບສງ. ນີ້ຍັງແມ່ນໂອກາດເພື່ອໃຫ້ດົນຕີ ອາຊີ ເອີລົບ ພົວພັນແລກປ່ຽນ ແລະ ເພີ່ມເຕີມໃຫ້ກັນ.”