ສືສານສາກົນ: ຈີນ ມີບາດກ້າວເດີນທີ່ຜິດພາດ
(ພາບປະກອບ: doisongphapluat.com)
(vovworld) – ຕໍ່ໜ້າບັນດາຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ ພາຍຫຼັງເລື່ອງຈີນ ຕັ້ງຮ້ານເຈາະນ້ຳມັນໄຮຢາງ 981 ໃນເຂດເສດຖະກິດຈຳເພາະ ແລະ ໄຫຼ່ທະວີບຂອງຫວຽດນາມ. ໜັງສື່ພິມ ຮົວໜານຢຽວຕຽນຈາວປາວ (South China Morning Post) ເຊິ່ງເປັນໜັງສື່ພິມສຳຄັນຂອງ ຮົ່ງກົງ, ຈີນ ຫາກໍ່ລົງພິມບົດຂຽນດ້ວຍຫົວຂໍ້ “ການແຕະຕ້ອງດູໝີ່ນທີ່ອັນຕະລາຍຂອງຈີນ ຢູ່ທະເລຕາເວັນອອກ”, ໂດຍຕຳນິຕິຕຽນການກະທຳຕາມລັດທິປະເທດອຳນາດບາດໃຫຍ່ຂອງ ຈີນ ຢ່າງແຮງ. ຕາມບົດຂຽນ “ ໂດຍຖືປະເທດຕົນສູງກ່ວາປະເທດອື່ນ ແລະ ຄວາມເຂົ້າໃຈປະຫວັດສາດອາຊີຕາເວັນອອກສ່ຽງໃຕ້ ຢ່າງຜິດພາດຂອງຈີນ ໄດ້ກາຍເປັນເຫຼົ້າພິດ ເຮັດໃຫ້ເຂດທະເລຕາເວັນອອກເຄັ່ງຕຶງຂຶ້ນຕື່ມ”.
ໃນຂະນະນັ້ນ, ສື່ໂອເລກໂຕນິກ ຫຼາຍແງ່ມູມ ຂອງຮົ່ງກົງ ກໍ່່ໃຫ້ຂໍ້ສັງເກດວ່າ ລັດຖະບານຈີນ ຕ້ອງຍອມຮັບສຳຄັນຂອງເລື່ອງມານະພະຍາຍາມຮັກສາສະພາບເດີມ, ພ້ອມທັງຮໍ່າຮຽນເນຶ້ອໃນຈິດໃຈຂອງກົດໝາຍສາກົນ, ຮັບຮູ້ຢ່າງຖືກຕ້ອງບັນດາບັນຫາໂດຍປະຫວັດສາດປະໄວ.
ໜັງສື່ພິມໂລກ (LeMonde) ຂອງຝລັ່ງ ສະບັບອອກວັນທີ 19/05 ໄດ້ມີບົດຂຽນ ຂອງນັກຂ່າວ Bruno Philip ປະຈຳ ອາຊີຕາເວັນອອກສ່ຽງໃຕ້ ເຊິ່ງໄດ້ເອີ້ນບັນດາການກະທຳຂອງຈີນ ຢູ່ທະເລຕາເວັນອອກແມ່ນ “ກົນອຸບາຍມັກໃຫຍ່ໄຜ່ສູງເພື່ອກາຍເປັນຈອມໂລກ”. ຕາມນັກຂ່າວຜູ້ນີ້ແລ້ວ, ໃນຈຸດເວລານີ້ຍາກທີ່ຈະມີຄວາມໄວ້ເນື້ອເຊື່ອໃຈຈີນ ໄດ້.