ສອງພັກຂອງຍີ່ປຸ່ນ ເຫັນດີສ້າງຕັ້ງສຳພັນທະມິດກຳອຳນາດ

ສອງພັກຂອງຍີ່ປຸ່ນ ເຫັນດີສ້າງຕັ້ງສຳພັນທະມິດກຳອຳນາດ - ảnh 1
ສອງພັກຂອງຍີ່ປຸ່ນ ເຫັນດີສ້າງຕັ້ງສຳພັນທະມິດກຳອຳນາດ
(ພາບ: Asahi)


(vovworld) -     ວັນ​ທີ 25/12, ພັກ​ເສລີ​ປະຊາທິປະ​ໄຕ​ຍີ່ປຸ່ນ (LDP) ​ແລະ ພັກ Komei (NKP) ​ໄດ້​​ເຫັນ​ດີເປັນ​ເອກະ​ພາບ​ສ້າງ​ຕັ້ງ​ສຳພັນ​ທະ​ມິດ​ກຳ​ອຳນາດ. ທ່ານ​ປະທານ​ພັກ LDP Shinzo Abe ຈະ​ດຳລົງຕຳ​ແໜ່​ງເປັນ​ນາຍົກລັດຖະມົນຕີຍີ່ປຸ່ນ ຄືນ​ໃໝ່ ​ໃນ​ວາລະ​ປະຊຸມ​ພິ​ເສດ​​ສະພາ​ແຫ່ງ​ຊາດ​ຂອງ​ປະ​ເທດ​ນີ້ ​ໃນ​ວັນ​ທີ 26/12. ສອງ​ພັກ​ກໍ​ເຊັນ​ເອກະສານ​ກ່ຽວ​ກັບ​ການ​ຮ່ວມ​ມື​ຮັບຮອງ​ເອົາ​ງົບປະມານ​ເພີ່ມ​ເຕີມ​ໃຫ້​ແກ່​ສົກປີ​ການ​ເງິນ 2012, ​ເພີ່ມ​ທະວີການ​ແລກປ່ຽນ​ກ່ຽວ​ກັບ​ເລື່ອງ​ປັບປຸງ​ລັດຖະທຳ​ມະນູນ ​ແລະ ນະ​ໂຍບາຍ​ພະລັງງານ​​ໃນປະ​ຈຸ​ບັນ.

        ​ໃນ​ເຫດການ​ອື່ນ, ທ່ານ Abe ​ໄດ້​ດຳ​ເນີນ​ການ​ຊັບຊ້ອນບາງ​ຕຳ​ແໜ່​ງໃນ​ຄະນະການ​ນຳ​ພັກ LDP ກ່ອນ​ທີ່​ສ້າງ​ຕັ້ງ​ຄະນະ​ລັດຖະບານ​ຊຸດໃໝ່​ໃນ​ວັນ​ທີ 27/12. ຕຳ​ແໜ່​ງຮອງ​ປະທານ​ພັກ​ຂອງ​ທ່ານ Masahiko Koimura ​ແລະ ເລຂາ​​ທິການໃຫຍ່ຂອງ​ທ່ານ Shigeru Ishiba ບໍ່​ມີ​ການ​ປ່ຽນ​ແປງ.

ຂ່າວ/ບົດ​ອື່ນ