ສະຖານທູດລາວ ປະຈຳໄທ ອວຍພອນ ວັນສະຖາປະນາຫວຽດນາມ 2/9

ສະຖານທູດລາວ ປະຈຳໄທ ອວຍພອນ ວັນສະຖາປະນາຫວຽດນາມ 2/9 - ảnh 1
( ​ເອກ​ອັກຄະ​ລັດຖະທູດລາວ ອວຍພອນ​ວັນສະຖາປະນາ​ຫວຽດນາມ )

(vovworld) -     ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 67 ປີ​ແຫ່ງ​ວັນສະຖາປະນາ ສ.ສ ​ຫວຽດນາມ (2/9/2012), ວັນ​ທີ 28/8, ຄະນະ​ຜູ້​ແທນ​ສະຖານທູດ​ລາວ ​ໂດຍ​ທ່ານ​ເອກ​ອັກຄະ​ລັດຖະທູດວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ສປປລາວ ລີ​ບຸນ​ຄຳ ​ແລະ ພັນ​ລະ​ຍາ ພ້ອມ​ກັນ​ພະນັກ​ງານ​ສະຖານທູດ​​ລາວ ປະຈຳ​ໄທ ​ໄດ້​ມາ​ອວຍພອນ​​ເອກ​ອັກຄະ​ລັດຖະທູດ ​ແລະ ພະນັກງານ, ພາລະ​ກອນ​ສະຖານທູດ​ຫວຽດນາມ ປະຈຳ​ໄທ. ທີ່​ການ​ພົບປະ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ໄທ Ngo Duc Thang ​ແລະ​ ທ່ານເອກ​ອັກຄະ​ລັດຖະທູດ​ລາວ ລີ​ບຸນ​ຄຳ ​ໄດ້​ທົບ​ທວນຄືນສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ຫວຽດນາມ - ລາວ. ສອງ​ຝ່າຍມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເມື່ອ​ເຫັນ​ວ່າ, ຄວາມ​ສາມັກຄີ​ອັນສະໜິດ​ແໜ້ນ​ສັດ​ຊື່​ບໍ​ລິ​ສຸດລະຫວ່າງ​ສອງ​ພັກ ​ແລະ ປະຊາຊົນ​ສອງ​ປະ​ເທດ​ນັບ​ມື້​ນັບ​ໄດ້​ຮັບ​ການ​ພັດທະນາ. ​ໃນ​ວຽກ​ງານ​ການ​ທູດ​ຢູ່​ໄທ, ທ່ານ​ເອກ​ອັກ​ຄະ​ລັດຖະທູດ 2 ປະ​ເທດ​ໄດ້​ຖື​ວ່າ ຍາມ​ໃດສອງ​ຝ່າຍກໍ​ສະຫງວນ​ການ​ຮ່ວມ​ມື​ມິດຕະພາບ, ຈິງ​ໃຈ​ໃຫ້​ກັນ.

ຂ່າວ/ບົດ​ອື່ນ