ສະຖານທູດຫວຽດນາມປະຈຳຈີນຈັດຕັ້ງງານມະໂຫລານຕ້ອນຮັບບຸນເຕັດປີມະແມ

ສະຖານທູດຫວຽດນາມປະຈຳຈີນຈັດຕັ້ງງານມະໂຫລານຕ້ອນຮັບບຸນເຕັດປີມະແມ - ảnh 1
ສະຖານທູດ​ຫວຽດນາມ​ປະຈຳ ​ຈີນ​ ຈັດ​ຕັ້ງງານ​ມະ​ໂຫລານ​ຕ້ອນຮັບ​ບຸນ​ເຕັດ​ປີ​ມະ​ແມ

(vovworld) - ຕອນ​ຄຳ່​ວັນ​ທີ 13/2, ສະຖານທູດ​ຫວຽດນາມ​ປະຈຳ​ຈີນ​ໄດ້​ຈັດ​ຕັ້ງ​ງານ​ພົບ​ປະ​ສ້າງສັນ​ປະຊາ​ຄົມ​ຊາວ​ຫວຽດນາມ​ຢູ່​ຈີນ ​ແລະ ຈັດ​ຕັ້ງງານ​ມະ​ໂຫລານ​ຕ້ອນຮັບ​ບຸນ​ເຕັດ​ປີ​ມະ​ແມ. ທີ່​ງານ​ພົບ​ປະ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ​ຈີນ ຫງວຽນ​ວັນ​ເທີ ​ໄດ້​ແຈ້ງ​ໃຫ້​ພໍ່​ແມ່​ປະຊາຊົນ​ຊາວ​ຫວຽດນາມ​ຢູ່​ຈີນ ບັນດາ​ຜົນງານ​ທາງ​ດ້ານ​ເສດຖະກິດ, ສັງຄົມ​ເຊິ່ງຫວຽດນາມ ບັນລຸ​ໄດ້​ໃນ​ປີຜ່ານມາ. ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ຈີນ, ທ່ານ​ເອກ​ອັກຄະ​ລັດຖະທູດ​ ຫງວຽນ​ວັນ​ເທີ ຢືນຢັນ​ວ່າ, ພັກ, ລັດຖະບານຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ພັດທະນາ​ສາຍພົວພັນຄູ່​ຮ່ວມ​ມື, ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ຈີນ. ປີ 2014, ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ໃນ​ການ​ພົວພັນ​ກໍ່ຕາມ, ​ແຕ່​ດ້ວຍ​ຄວາມ​ມານະ​ພະຍາຍາມ​ຂອງ​ທັງ​ສອງ​ຝ່າຍ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ໄດ້​ບັນລຸ 60 ກວ່າ​ຕື້ USD. ທັງ​ສອງ​ຝ່າຍ​ເຫັນ​ດີ, ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື, ຮັກສາ​ສາຍ​ພົວພັນ​ສັນຕິພາບ, ພ້ອມ​ກັນ​ພັດທະນາ, ຜ່ານ​ການ​ເຈລະຈາ​ໂດຍ​ສັນຕິ, ນຳ້​ໃຈ​ມິດຕະພາບ ​ແລະ ຜ່ານ​ກົດໝາຍ​ສາກົນ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ, ​ໃນ​ນັ້ນ​ມີ​ບັນຫາ​ບົນ​ທະ​ເລ, ທ່ານ​ຫວັງ​ວ່າ, ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຈີນ ສືບ​ຕໍ່​ມີ​ການ​ປະກອບສ່ວນ ​ເພື່ອ​ສ້າງສາ ​ແລະ ພັດທະນາ​ປະ​ເທດ, ​ເປັນ​ຂົວ​ຕໍ່​ເພື່ອ​ທະວີ, ປັບປຸງ​ສາຍ​ພົວພັນ​ມິດຕະພາບ​ຫວຽດນາມ - ຈີນ.

ຂ່າວ/ບົດ​ອື່ນ