ສະຖານທູດຫວຽດນາມປະຈຳມາເລເຊຍມານະພະຍາຍາມສົ່ງຊາວປະມົງກັບເມືອປະເທດ

ສະຖານທູດຫວຽດນາມປະຈຳມາເລເຊຍມານະພະຍາຍາມສົ່ງຊາວປະມົງກັບເມືອປະເທດ - ảnh 1
ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ມາເລເຊຍ ຟ້າມກວາງຟອງ (ເບື້ອງຂວາ)

(vovworld) – ​ ​ ​ຄະນະ​ປະຕິບັດ​ງານ​ຂອງ​ສະຖານທູດ ຫວຽດນາມ ປະຈຳ ມາ​ເລ​ເຊຍ ຫາ​ກໍ່​ໄປ​ຢ້ຽມຢາມ​ຊາວ​ປະມົງ ຫວຽດນາມ ພວມ​ຖືກ​ກັກ​ຂັງ​ຢູ່​ຄ້າຍ​ກັກ​ຂັງ Miri ຂຶ້ນ​ກັບ​ລັດ Sarawak, ທາງ​ພາກ​ຕາ​ເວັນ​ອອກ ມາ​ເລ​ເຊຍ. ປະຈຸ​ບັນ, ມີ​ຊາວ​ປະມົງ ຫວຽ​ດນາມ 86 ຄົນ​ພວມ​ຖືກ​ກັກ​ຂັງ​ຢູ່​ຄ້າຍນີ້. ຄະນະ​ປະຕິບັດ​ງານ​​​ໄດ້​ເຮັດ​ວຽກ​ກັບ​ຄະນະ​ອຳນວຍການ​ຄ້າຍ​ກັກ​ຂັງກ່ຽວ​ກັບ​ມາດ​ຕະການ​ເພື່ອ​ສົ່ງ​ຊາວ​ປະມົງ 57 ຄົນ​ກັບ​ເມືອ​ປະ​ເທດ​ກ່ອນ​ບຸນ​ປີ​ໃໝ່​ປະຈຳ​ຊາດ​ປີວ​ອກ 2016. ​ເນື່ອງ​ໃນ​​ໂອກາດ​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າ​ມກາວ​ຟອງ, ​ໄດ້​ມອບ​ຂອງຂວັນ​ບຸນ​ເຕັດ​ໃຫ້​ຊາວ​ປະມົງ​ທັງ​ໝົດ.

        ສະຖານທູດ ຫວຽດນາມ ປະຈຳ ມາ​ເລ​ເຊຍ ສະ​ເໜີ​ໃຫ້​ບັນດາ​ອົງການ​ກ່ຽວ​ຂ້ອງ​ຊຸກຍູ້​ວຽກ​ງານ​ໂຄສະນາ​ເຜີຍ​ແຜ່​ໃນ​ໝູ່​ປະຊາຊົນ​ກ່ຽວ​ກັບ​ການ​ປະຕິບັດ​ກົດໝາຍ​ສາກົນ, ກົດໝາຍ ຫວຽດນາມ, ຍ້ອນຊາວປະມົງ ຫວຽດນາມ ສ່ວນ​ຫຼາ​ຍຍັງ​ຂາດ​ຄວາມ​ຮູ້​ກ່ຽວ​ກັບ​ກົດໝາຍ​ດັ່ງ​ນັ້ນ​ພາ​ໄປ​ເຖິງ​​ເລື່ອງ​ລ່ວງລະ​ເມ​ີດ​ເຂດ​ທະ​ເລ​ຂອງ​ປະ​ເທດ​ອື່ນ​ໃນ​ວິວັດ​ການ​ຫາ​ປາ​ຢູ່​ໃກຝັ່ງ.


ຂ່າວ/ບົດ​ອື່ນ