ສະຖານທູດຫວຽດນາມປະຈຳມາເລເຊຍລົງພົບກັບຜູ້ຖືກສົງໄສຊາວຫວຽດນາມກ່ຽວຂ້ອງເຖິງເຫດສັງຫານພົນລະເມືອງສປປ.ເກົາຫຼີ
ຜູ້ຖືກສົງໄສຊາວຫວຽດນາມ ດວ່ານທິເຮືອງ
(ພາບ: vietnamplus.vn)
(vovworld) - ພາຍຫຼັງການພົບປະລະຫວ່າງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ກັບທ່ານລັດຖະມົນຕີການຕ່າງປະເທດມາເລເຊຍ Anifah Aman ຢູ່ນອກກອງປະຊຸມວົງແຄບບັນດາລັດຖະມົນຕີການຕ່າງປະເທດອາຊຽນ ຜ່ານມາ, ວັນທີ 25/02, ມາເລເຊຍ ໄດ້ເຫັນດີເພື່ອໃຫ້ຜູ້ຕາງໜ້າສະຖານທູດຫວຽດນາມ ປະຈຳມາເລເຊຍ ລົງພົບ ແລະ ຢັ້ງຢືນຜູ້ຖືກສົງໄສຖືໜັງສືຜ່ານແດນຫວຽດນາມ ທີ່ກ່ຽວຂ້ອງເຖິງເຫດສັງຫານພົນລະເມືອງສປປ.ເກົາຫຼີ ຄົນໜຶ່ງ.
ວັນທີ 25/02, ຜູ້ຕາງໜ້າສະຖານທູດຫວຽດນາມ ປະຈຳມາເລເຊຍ ໄດ້ລົງພົບ ແລະ ຢັ້ງຢືນວ່າແມ່ນພົນລະເມືອງຫວຽດນາມ, ທີ່ມີຊື່ວ່າ ດວ່ານທິເຮືອງ, ເກີດປີ 1988 ຢູ່ແຂວງນາມດິ້ງ. ດວ່ານທິເຮືອງ ໃຫ້ຮູ້ວ່າຖືກສວຍໃຊ້ ແລະ ຄິດວ່າພວມເຂົ້າຮ່ວມການສະແດງຖ່າຍທຳວີດີໂອຕະລົກ. ກະຊວງການຕ່າງປະເທດໄດ້ຊີ້ນຳສະຖານທູດຫວຽດນາມ ປະຈຳມາເລເຊຍ ສະເໜີໃຫ້ຝ່າຍມາເລເຊຍ ແກ້ໄຂເຫດການຖືກຕາມກົດໝາຍຂອງມາເລເຊຍ, ກົດໝາຍ ແລະ ມາດຕະຖານສາກົນ. ກະຊວງການຕ່າງປະເທດ ແລະ ບັນດາອົງການທີ່ມີໜ້າທີ່ຫວຽດນາມ ຈະສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການທີ່ມີໜ້າທີ່ຂອງມາເລເຊຍ ໃນການສືບສວນເຫດການນີ້.