ສະຖານທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ລະດົມກຳລັງໃຈທິມບານເຕະ Olympic ຫວຽດນາມ

(VOVWORLD) - ຕອນຄ່ຳວັນທີ 28 ສິງຫາ, ສະຖານທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ໄດ້ສົມທົບກັບຄະນະປະຕິບັດງານ ຫວຽດນາມ ປະຈຳ ອາຊຽນ ຈັດຕັ້ງຄະນະຜູ້ແທນໄປອວຍພອນ ແລະ ລະດົມກຳລັງໃຈທິມບານເຕະ Olympic ຫວຽດນາມ.
ສະຖານທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ລະດົມກຳລັງໃຈທິມບານເຕະ Olympic ຫວຽດນາມ - ảnh 1 ສະຖານທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ລະດົມກຳລັງໃຈທິມບານເຕະ Olympic ຫວຽດນາມ (ພາບ: TTXVN)

ທີ່ການພົບປະໃນເວລາອັນສັ້ນກັບບັນດານັກກິລາບານເຕະ ແລະ ຄະນະຝຶກຊ້ອມ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ຟ້າມວິງກວາງ ແລະ ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ອາຊຽນ ເຈິ່ນດຶກແອງ ໄດ້ຊົມເຊີຍທິມບານເຕະ Olympic ຫວຽດນາມ ພາຍໃຕ້ການຊີ້ນຳຂອງຫົວໜ້າຄູຝຶກທ່ານ Park Hang Seo ທີ່ຍາດໄດ້ໄຊຊະນະຄັ້ງປະຫວັດສາດ, ເປັນຄັ້ງທຳອິດທີ່ທິມບານເຕະ Olympic ຫວຽດນາມ ໄດ້ເຂົ້າຮອບຮອງຊະນະເລີດຢູ່ ASIAD ດ້ວຍຜົນງານທີ່ຍັງບໍ່ເສຍຈັກນັດ ແລະ ເສຍປະຕູໃດເທື່ອ.

        ທ່ານເອກອັກຄະລັກຖະທູດ ຟ້າມວີງກວາງ ໄດ້ສະແດງຄວາມເຊື່ອໝັ້ນໃນນັດແຂ່ງຂັນພົບກັບ ສ.ເກົາຫຼີ - ເຊິ່ງເປັນທິມເຂັ້ມແຂງ, ບັນດານັກເຕະບານຂອງ ຫວຽດນາມ ຈະສືບຕໍ່ປະຕິບັດບັນດາຍຸດທະວິທີຂອງຄະນະຄູຝຶກ, ກໍ່ຄືຂອງຫົວໜ້າຄູຝຶກ Park Hang Seo ເປັນຢ່າງດີ, ແຂ່ງຂັນດ້ວຍຄວາມເຊື່ອໝັ້ນຕົນເອງ ດ້ວຍຈິດໃຈເຈດຈຳນົງພິລະອາດຫານ. ທ່ານເອກອັກຄະລັດຖະທູດຢືນຢັນວ່າ: ຢືນຢູ່ທາງຫລັງທິມບານເຕະ Olympic ຫວຽດນາມ ແມ່ນປະຊາຊົນທົ່ວປະເທດ ກໍ່ຄືປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອິນໂດເນເຊຍ ຍາມໃດກໍ່ສະໜັບສະໜູນຈົນສຸດຄວາມສາມາດຂອງຕົນ ເພື່ອໃຫ້ທິມບານເຕະ Olympic ຫວຽດນາມ ຍາດໄດ້ໄຊຊະນະຢ່າງສະຫງ່າງາມ.

ຕອບກັບ

ຂ່າວ/ບົດ​ອື່ນ