ສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ຈັດຕັ້ງງານລ້ຽງອວຍພອນສາຍພົວພັນ ຫວຽດນາມ - ອາເມລິກາ

(VOVWORLD) - ວັນທີ 29 ພະຈິກ, ສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ຈັດຕັ້ງງານລ້ຽງອວຍພອນສາຍພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ແລະ ປີ APEC ຫວຽດນາມ 2017.
ສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ຈັດຕັ້ງງານລ້ຽງອວຍພອນສາຍພົວພັນ ຫວຽດນາມ - ອາເມລິກາ - ảnh 1 ສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ຈັດຕັ້ງງານລ້ຽງອວຍພອນສາຍພົວພັນ ຫວຽດນາມ - ອາເມລິກາ

ກ່າວຄຳເຫັນທີ່ງານລ້ຽງ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຟ້າມກວາງວິງ ຍົກອອກບັນດາຜົນງານໃນການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ອາເມລິກາ ໃນໄລຍະຜ່ານມາ, ພິເສດແມ່ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມ APEC ຢູ່ ດ່າໜັງ. ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Daniel J.Kritenbrink ແບ່ງປັນວ່າ:

        “ສິ່ງທີ່ເຮັດໃຫ້ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດ ນັ້ນແມ່ນການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ Donald Trump ນັ້ນແມ່ນສາຍພົວພັນເລິກເຊິ່ງກ້ວາງຂວາງລະຫວ່າງ 2 ປະເທດ. ການພັດທະນາຂອງສາຍພົວພັນຄູ່ຮ່ວມມືຮອບດ້ານ ອາເມລິກາ - ຫວຽດນາມ ນັ້ນ ໄດ້ຍຮັບການສະແດງອອກຜ່ານການປະຊຸມຂ່າວຮ່ວມຂອງການນຳ 2 ປະເທດ ໃນວັນທີ 11 ພະຈິກ. ສອງຝ່າຍໄດ້ປຶກສາຫາລືການຮ່ວມມືໃນບາງຂົງເຂດຄື: ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການແລກປ່ຽນປະຊາຊົນ ແລະ ການແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ.

        ທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ ແລະ ທ່ານເອກອັກຄະລັດຖະທູດ Daniel J.Kritenbrink ກໍ່ໃຫ້ຄຳໝັ້ນສັນຍາວ່າ ຈະປະກອບສ່ວນຈົນສຸດຄວາມສາມາດຂອງຕົນ ເພື່ອນຳການພົວພັນ 2 ປະເທດຂຶ້ນສູ່ລະດັບສູງໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ