ສະຖານທີ່ທ່ອງທ່ຽວ 4 ແຫ່ງຂອງ ຫວຽດນາມນອນໃນ ບັນຊີລາຍຊື່ຈຸດ ນັດພົບໄດ້ຮັບຄວາມນິຍົມ 25 ​ແຫ່ງ​ຢູ່​ອາຊີ

ສະຖານທີ່ທ່ອງທ່ຽວ 4 ແຫ່ງຂອງ ຫວຽດນາມນອນໃນ ບັນຊີລາຍຊື່ຈຸດ ນັດພົບໄດ້ຮັບຄວາມນິຍົມ 25 ​ແຫ່ງ​ຢູ່​ອາຊີ - ảnh 1

ຮ້າ​ລອງ-​ຫວຽດນາມ

(ພາບ:ອີນ​ເຕີ​ເນັດ)

(vovworld)-  ຮ່​າໂນ້ຍ, ນະຄອນ​ໂຮ່ຈິ​ມິນ, ​ໂຮ້ຍອານ ​ແລະ ຮ້າ​ລອງ ​ແມ່ນ 4 ​ໃນ​ຈຳນວນຈຸດ​ນັດ​ພົບ 25 ​ແຫ່ງ​ຢູ່​ອາຊີ ​ໄດ້​ຮັບ​ຄວາມ​ນິຍົມ​ຫລາຍ​ກ່ວາ​ໝູ່​ຈາກ​ບັນດາ​ແຂກ​ທ່ອງ​ທ່ຽວ ​ແລະ ​ໄດ້​ຮັບ​ລາງວັນ Asia Destination Awards ປີ 2013 ຂອງ​ເວັບ​ໄຊ​ທ່ອງ​ທ່ຽວ​ໃຫ່ຍກ່ວາ​ໝູ່​ໃນ​ໂລກ TripAdvisor. ພິທີ​ມອບ​ລາ​ງວັນ Asia Destination Awards ປີ 2013 ຈະ​ຖືກ​ຈັດ​ຂຶ້ນ​ຢູ່​ສິງກະ​ໂປ​ໃນ​ວັນ​ທີ 18/6 ຈະ​ມາ​ເຖິງ. ລາງວັນ​ຄັ້ງທີ 5 ນີ້​ມີ​ສະຖານ​ທີ່ 412 ​ແຫ່ງ​ໃນ​ທົ່ວ​ໂລກ​ໄດ້​ຈັດ​​ເຂົ້າບັນຊີ​ລາຍ​ຊື່ TripAdvisor Travelers’Choice. ລາງວັນ​ນີ້​ອີງ​ໃສ່​ບັນດາ​ຄາດໝາຍ​ຄື: ຊື່​ສຽງ​ຂອງ​ສະຖານ​ທີ່, ຄວາມ​ນິຍົມ​ຂອງ​ແຂກ​ທ່ອງ​ທ່ຽວ ​ແລະ ຈຸດ​ນັດ​ພົບ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ກ່ວາ​ໝູ່. ລາງວັນ​ນີ້​ໄດ້​ຮັບ​ການ​ຄັດ​ເລືອກ​ຈາກ​ການຕີ​ລາຄາ ​ແລະ ຄຳ​ເຫັນ​ຂອງ​ແຂກ​ທ່ອງ​ທ່ຽວນັບ​ລ້ານ​ຄົນ​ໃນ​ເວັບ​ໄຊ TripAdvisor./.

ຂ່າວ/ບົດ​ອື່ນ