ສະຖານທີ່ທ່ອງທ່ຽວ4ແຫ່ງຂອງຫວຽດນາມໄດ້ຮັບລາງວັນ“ສະຖານທີ່ທ່ອງທ່ຽວອັນດັບຫນຶ່ງຢູ່ອາຊີ”

 

ສະຖານທີ່ທ່ອງທ່ຽວ4ແຫ່ງຂອງຫວຽດນາມໄດ້ຮັບລາງວັນ“ສະຖານທີ່ທ່ອງທ່ຽວອັນດັບຫນຶ່ງຢູ່ອາຊີ” - ảnh 1
ຄຸ້ມເມືອງເກົ່າໂຮ້ຍອານ
ພາບ:thethaovietnam.vn


(vovworld)- ​ໃນ​ປີ 2013, ຫວຽດນາມ ມີ​ສະຖານ​ທີ່​ທ່ອງ​ທ່ຽວ 4 ​ແຫ່ງ​ນັ້ນ​ແມ່ນ:          ຮ່​າໂນ້ຍ, ນະຄອນ​ໂຮ່ຈິ​ມິນ, ​ໂຮ້ຍອານ ​ແລະ ຮ້າ​ລອງ ໄດ້​ຮັບ​ລາງວັນ “ສະຖານ​ທີ່ທ່ອງ​ທ່ຽວ​ອັນ​ດັບ​ຫນຶ່ງ​ຢູ່ ອາຊີ” (Top Destination in Asia) ຂອງ​ຫນ້າ​ເວັບ​ TripAdvisor ຊື່​ງ​ແມ່ນ​ຫນ້າ​ເວັບທ່ອງ​ທ່ຽວ​ໃຫຍ່​ກວ່າໝູ່​ ຂອງ​ໂລກ. ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ດັ່ງກ່າວ​ຖືກ​ຈັດ​ອັນ​ດັບ​ທີ 14, 15,17 ​ແລະ 25 ຕາມ​ລຳ​ດັບ​ໃນ​ຈຳນວນ​ສະຖາ​ນທີ່ 25 ​ແຫ່ງ​ຢູ່​ອາຊີ​ໄດ້​ຮັບ​ລາງ​ວັນ​ດັ່ງກ່າວ​ໃນ​ປີ 2013. ທ່ານ​ນາງ Robin Ingle, ຮອງ​ປະທານ​ຂອງ​ TripAdvisor ​ໃຫ້​ຮູ້​ວ່າ: ປະຈຸ​ບັນ ການທ່ອງທ່ຽວ​ຫວຽດນາມ​ພວມ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ໃນ​ໂລກ​ເປັນ​ຈຳນວນ​ຫລວງຫລາຍ ​ແລະ ​ເລື່ອງ​ຫວຽດນາມ​ມີ​​ສະຖານ​ທີ່​ທ່ອງ​ທ່ຽວ​ເຖິງ 4 ​ແຫ່ງ​ໄດ້​ຮັບ​ລາງວັນ​ດັ່ງກ່າວ​ແມ່ນ​ສິ່ງ​ທີ່​​ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ແທ້​ຈິງ.

 

 

ຂ່າວ/ບົດ​ອື່ນ