(vovworld) - ວັນທີ 28/07, ສະພາການທະຫານສູງສຸດ (YAS) ຂອງຕວກກີ ໄດ້ໂຮມປະຊຸມຢູ່ນະຄອນຫຼວງ Ankara ດ້ວຍການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ Binali Yildirim ພ້ອມກັບບັນດານາຍພົນຂັ້ນສູງຂຶ້ນກັບບັນດາເຫຼົ່າທັບ, ເຫຼົ່າຮົບທະຫານບົກ, ທະຫານເຮືອ, ທັບອາກາດຂອງປະເທດນີ້. ກອງປະຊຸມຖືກດຳເນີນພາຍຫຼັງທີ່ລັດຖະບານຕວກກີ ອອກຄຳສັ່ງປັດເຂ່ຍ 149 ໃນຈຳນວນ 358 ນາຍພົນຂອງບັນດາກົມກອງການທະຫານພາຍຫຼັງການກໍ່ລັດຖະປະຫານທີ່ຖືກປະລາໄຊໃນຄ່ຳຄືນວັນທີ 15/07 ເປັນເວລາ 1 ວັນ, ເຮັດໃຫ້ກົງຈັກການນຳກອງທັບພວມຖືກຂາດແຄນຢ່າງຮ້າຍແຮງ.
ໃນເຫດການທີ່ກ່ຽວຂ້ອງ, ວັນທີ 28/07, ຕວກກີ ໄດ້ກ່າວຫາ 2 ອົງການສືບລາຊະການລັບແຖວໜ້າຂອງອາເມລິກາ ໄດ້ໜູນຊ່ວຍບຳລຸງສ້າງບັນດາສະມາຊິກຂະບວນການຂອງນັກບອດອິດສະລາມ Ferhullah Gulen, ຜູ້ທີ່ພວມຖືກ Ankara ກ່າວຫາວ່າຢືນຢູ່ເບື້ອງຫຼັງກົນອຸບາຍກໍ່ລັດຖະປະຫານຖືກປະລາໄຊໃນຄ່ຳຄືນວັນທີ 15/07 ຢູ່ປະເທດນີ້.