(vovworld) - ສະພາກາແດງຫວຽດນາມ ແລະ ສະພາກາແດງລາວ ລົງນາມໃນຂໍ້ຕົກລົງຮ່ວມມືມະນຸດສະທຳ. ນີ້ແມ່ນຂໍ້ຕົກລົງຮ່ວມມືໄລຍະ 2014 – 2018. ເຊິ່ງຕາມນັ້ນແລ້ວ, 2 ຝ່າຍເປັນເຈົ້າການສະໜອງຂໍ້ມູນຂ່າວ, ສານສົມທົບກັນປະຕິບັດເປັນຢ່າງດີ, ຍົກສູງບົດບາດຂອງ 2 ອົງການທີ່ບັນດາເວທີປາໄສພາກພື້ນ ແລະ ຢູ່ໃນໂລກ. ສະພາກາແດງຫວຽດນາມ ຈະໜູນຊ່ວຍສະພາກາແດງລາວ ຝືກອົບຮົມ, ອົບຮົມວິຊາການວຽກງານຂອງສະພາກາແດງ, ຍົກສູງຄວາມສາມາດຂອງພະນັກງານສະພາກາແດງ. ກ່າວຄຳເຫັນທີ່ພິທີລົງນາມໃນຕອນເຊົ້າວັນທີ 21/11, ທ່ານຫົວໜ້າສະພາກາແດງ ແລະ ກາຊິກວົງເດືອນແດງສາກົນ Michael Annear ໄດ້ຕີລາຄາສູງການຮ່ວມມືລະຫວ່າງສະພາກາແດງຫວຽດນາມ ແລະ ລາວ. ທ່ານ Michael Annear ຢືນຢັນວ່າ ທາງສະພາກາແດງສາກົນ ຈະໜູນຊ່ວຍຢ່າງຕັ້ງໜ້າເພື່ອໃຫ້ 2 ສະພາກາແດງ 2 ປະເທດປະຕິບັດສຳເລັດບັນດາເນື້ອໃນທີ່ໄດ້ຮັບການລົງນາມ.