ສະພາບການຢູ່ຊີຣີ ຍັງເຄັ່ງຕຶງ
ພາບ:internet
|
(vovworld)- ສະພາຄວາມໝັ້ນຄົງ ສປຊ ຈະດຳເນີນການປະຊຸມດ່ວນໃນວັນທີ 18/9 ກ່ຽວກັບສະພາບການຢູ່ຊີຣີ ພາຍຫລັງກຳລັງປະສົມໂດຍອາເມລິກາ ນຳຫນ້າ ໄດ້ບຸກໂຈມຕີທາງອາກາດໃສ່ຖານທີ່ໝັ້ນຂອງທະຫານ ຊີຣີ ເຮັດໃຫ້ພົນທະຫານຫລາຍຄົນຖືກເສຍຊີວິດແລະບາດເຈັບ. ສຳນັກຂ່າວສານ AFP ຄັດແຫລ່ງຂ່າວທາງການທູດໃຫ້ຮູ້ວ່າ: ລັດເຊຍ ໄດ້ສະເຫນີດຳເນີນກອງປະຊຸມດ່ວນນີ້ ແລະ ສະແດງຄວາມວິຕົກກັງວົນ ເມື່ອບັນດາການບຸກໂຈມຕີທາງອາກາດຂອງກຳລັງປະສົມໂດຍອາເມລິກາ ນຳຫນ້າ ເລັ່ງໃສ່ໂດຍກົງທະຫານ ຊີຣີ ຊື່ງແມ່ນກຳລັງພວມເຂົ້າຮ່ວມການຕໍ່ສູ້ຕ້ານອົງການລັດ ອິດສະລາມ (IS). ສື່ມວນຊົນ ຊີຣີ ໃຫ້ຂ່າວວ່າ ເວລາ 5 ໂມງແລງ, ກຳລັງປະສົມໂດຍອາເມລິກາ ນຳຫນ້າ ໄດ້ບຸກໂຈມຕີທາງອາກາດເລັ່ງໃສ່ຖານທີ່ໝັ້ນຂອງທະຫານຊີຣີ ຢູ່ ເຂດ Jebel Tharda ພາກຕາເວັນອອກປະເທດນີ້ ເຮັດໃຫ້ພົນທະຫານຫລາຍຄົນຖືກເສຍຊີວິດ ແລະ ບາດເຈັບ. ຕາມ ກະຊວງປ້ອງກັນປະເທດ ລັດເຊຍ ແລ້ວ, ເຫດດັ່ງກ່າວເຮັດໃຫ້ ພົນທະຫານ ຊີຣີ 62 ຄົນຖືກເສຍຊີວິດ ແລະ 100 ຄົນຖືກຮັບບາດເຈັບ.