ສະພາຄວາມໝັ້ນຄົງສປຊຍົກເລີກກອງປະຊຸມກ່ຽວກັບຊີຣີ
ກອງປະຊຸມຂອງສະພາຄວາມໝັ້ນຄົງ ສປຊ
ພາບປະກອບ
|
(vovworld)- ວັນທີ 16/9, ສະພາຄວາມໝັ້ນຄົງ ສປຊ ໄດ້ຍົກເລີກກອງປະຊຸມດ່ວນເພື່ອປຶກສາຫາລືກ່ຽວກັບຂໍ້ຕົກລົງລະຫວ່າງ ອາເມລິກາ - ລັດເຊຍ ກ່ຽວກັບຊີຣີ ຕາມຄຳສະເຫນີຂອງ ອາເມລິກາ ແລະ ລັດເຊຍ. ກ່ອນຫນ້ານັ້ນ ຄາດວ່າ ໃນກອງປະຊຸມນີ້, ຜູ້ຕາງຫນ້າ ອາເມລິກາ ແລະ ລັດເຊຍ ຈະຍື່ນສະເຫນີບັນດາລາຍລະອຽດກ່ຽວກັບຂໍ້ຕົກລົງທີ່ບັນລຸໄດ້, ໃນນັ້ນ ຮຽກຮ້ອງການຢຸດຍິງ, ແຜນການສົ່ງສິນຄ້າກູ້ຊ່ວຍ ແລະ ບັ້ນຮົບຮ່ວມເພື່ອກວາດລ້າງພວກອິດສະລາມຫົວຮຸນແຮງຢູ່ ຊີຣີ. ຕາມຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງ ອາເມລິກາ ແລະລັດເຊຍ, ທຸກຝ່າຍທີ່ກ່ຽວຂ້ອງຈະອະນຸຍາດສົ່ງສະບຽງອາຫານ ແລະ ບັນດາສິນຄ້າຈຳເປັນເຖິງນະຄອນ Aleppo ຊື່ງແມ່ນສະຫນາມຮົບດຸເດືອດທີ່ສຸດຢູ່ ຊີຣີ ພາຍຫລັງຂໍ້ຕົກລົງຢຸດຍິງມີຜົນສັກສິດເມື່ອວັນທີ 12/9. ເຖິງແນວໃດກໍຕາມ ຮອດວັນທີ 16/9, ຂະບວນລົດຂົນສົ່ງສິນຄ້າຊ່ວຍເຫລືອຂອງ ສປຊ ມີຫນ້າຢູ່ເຂດຊາຍແດນຕິດກັບຕວກກີ ແຕ່ຍັງບໍ່ທັນໄດ້ຮັບອະນຸຍາດເດີນທາງເຖິງ Aleppo ເທື່ອ.