ສະພາບການຢູ່ Aleppo
(ພາບ: AFP)
|
(vovworld) - ສະພາຄວາມໝັ້ນຄົງ ສປຊ ໄດ້ເຫັນດີເປັນເອກະພາບໂຮມປະຊຸມດ່່ວນໃນຕອນຄ່ຳວັນທີ 25/9 (ຕາມເວລາ ຮ່າໂນ້ຍ) ເພື່ອປຶກສາຫາລືກ່ຽວກັບສະພາບສົງຄາມພວມປິນຂັ້ນໄດຢູ່ນະຄອນ Aleppo ຂອງ ຊີຣີ, ພາຍຫຼັງຂໍ້ຕົກລົງຢຸດຍິງຫຼ້າສຸດຖືກປະລາໄຊ. ກອງປະຊຸມໄດ້ຮັບການຈັດຕັ້ງຕາມຂໍ້ສະເໜີຂອງ ອັງກິດ, ຝຣັ່ງ ແລະ ອາເມລິກາ, ເພື່ອແນໃສ່ປຶກສາຫາລືກ່ຽວກັບບັ້ນຮົບປະກອບອາວຸດຂອງກອງທັບ ຊີຣີ ແລະ ກຳລັງສຳພັນທະມິດເພື່ອແນໃສ່ຍາດສິດຄວບຄຸມ Aleppo ຄືນໃໝ່.
ໃນຂະນະນັ້ນ, ວັນທີ 24/9, ກອງທັບ ຊີຣີ ຍາດໄດ້ສິດຄວບຄຸມຢູ່ຄ້າຍ Handarat, ບ່ອນຢູ່ອາໄສຂອງຊາບອົບພະຍົບ ປາແລດສະຕີນ ນອນໃນທາງພາກເໜືອນະຄອນ Aleppo, ພ້ອມທັງຮັດແໜ້ນຮອບປິດລ້ອມຢູ່ທາງທິດຕາເວັນອອກຂອງນະຄອນຍຸດທະສາດນີ້. ບັ້ນບຸກໂຈມຕີການທະຫານຫຼ້າສຸດເຂົ້າ Aleppo ໄດ້ຮັບຖືວ່າແມ່ນບັ້ນຮົບທາງບົກຂະໜາດໃຫຍ່ບໍ່ເຄີຍມີມາກ່ອນໃນ 5 ປີເກີດການປະທະຫານຜ່ານມາຢູ່ ຊີີຣີ.