ສະພາຄວາມໝັ້ນຄົງສປຊເນັ້ນໜັກເຖິງຄວາມຈຳເປັນຕໍ່ສູ້ຕ້ານIS,Al-Qaeda
ທ່ານນາງ Samantha Power ກ່່່າວຄຳເຫັນທິ່ກອງປະຊຸມ
(ພາບ: EPA/TTXVN)
(vovworld) – ວັນທີ 11/5, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງວາລະປະຊຸມປຶກສາຫາລືກ່ຽວກັບບັນດາໄພຂົມຂູ່ເຖິງສັນຕິພາບ ແລະ ຄວາມສະຫງົບປອດໄພສາກົນ. ສະພາຄວາມໝັ້ນຄົງ ສປຊ ຖືວ່າໃນສະພາບການປະຈຸບັນ, ເລື່ອງຕໍ່ສູ້ຕ້ານຄືນອົງການ “ລັດອິດສະລາມ” (IS) ອ້າງຊື່ເອງ, ເຄືອຂ່າຍກໍ່ການຮ້າຍສາກົນ Al – Qaeda ແລະ ບັນດາສ່ວນບຸກຄົນ, ອົງການກ່ຽວຂ້ອງແມ່ນບັນຫາເຄັ່ງຮ້ອນ, ດັ່ງນັ້ນບັນດາປະເທດຕ້ອງໃຫ້ຄຳໝັ້ນສັນຍາຕໍ່ສູ້ຕ້ານຄືນການກໍ່ການຮ້າຍ. ຕາມສະພາຄວາມໝັ້ນຄົງ ສປຊ, ປະຊາຄົມໂລກຕ້ອງຊອກຮູ້ກຳລັງໜູນຊຸກຍູ້ບັນດາເປົ້າໝາຍກໍ່ການຮ້າຍດຳເນີນບັນດາການເຄື່ອນໄຫວບຸກໂຈມຕີ, ຄັດເລືອກສະມາຊິກ, ພັດທະນາບັນດາພາຫະນະສື່ສານຮັບໃຊ້ວຽກງານໂຄສະນາເຜີຍແຜ່ຕ້ານກໍ່ການຮ້າຍ, ພິເສດແມ່ນການຕ້ານຄືນບັນດາການເຄື່ອນໄຫວໂຄສະນາແກ່ດຶງ, ຄັດເລືອກສະມາຊິກຜ່ານເຄືອຂ່າຍ ອີນເຕີເນັດຂອງບັນດາເປົ້າໝາຍກໍ່ການຮ້າຍ.