ສະພາຄວາມໝັ້ນຄົງສະຫະປະຊາຊາດຈັດກອງປະຊຸມດ່ວນກ່ຽວກັບສະພາບການຢູ່ຊີຣີ
(ພາບປະກອບ: Reuters)
(vovworld) - ຕາມຄຳສະເໜີຂອງລັດເຊຍ, ວັນທີ 07/10, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຮຽກໂຮມປະຊຸມດ່ວນກ່ຽວກັບສະພາບການຢູ່ຊີຣີ, ພາຍຫຼັງທີ່ທູດພິເສດຂອງສະຫະປະຊາຊາດ ທ່ານ Sraffan de Mistura ກ່າວເຕືອນວ່າ, ຢູ່ເຂດທາງທິດຕາເວັນອອກຂອງ Aleppo ອາດຈະຖືກສົງຄາມທຳລາຍໃນ 2 – 3 ເດືອນຈະມາເຖິງ. ຕາມແຜນການ, ໃນກອງປະຊຸມແມ່ນຈະດຳເນີນໃນເວລາ 14 ໂມງ (GMT) ວັນທີ 07/10. ປະຈຸບັນ, ທ່ານ Mistura, ພວມມີໜ້າຢູ່ເຊີແນວ ໄດ້ລາຍງານໂດຍກົງທາງອີນເຕີແນັດກ່ຽວກັບສະພາບການຢູ່ Aleppo ຕໍ່ໜ້າສະພາຄວາມໝັ້ນຄົງສະຫະປະຊາຊາດ.
ວັນທີ 06/10, ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ແລະ ຄູ່ ຕຳແໜ່ງຝລັ່ງ Jean Marc Ayrault ໄດ້ມີການເຈລະຈາຢູ່ນະຄອນຫຼວງມົດສະກູ ດ້ວຍຫົວຂໍ້ຕົ້ນຕໍແມ່ນວິກິດການຢູ່ຊີຣີ. ທ່ານລັດຖະມົນຕີການຕ່າງປະເທດ Sergei Lavrov ຖະແຫຼງວ່າ, ລັດເຊຍ ພ້ອມແລ້ວທີ່ຈະຄົ້ນຄວ້າຮ່າງມະຕິຂອງຝລັ່ງ, ໂດຍອີງໃສ່ບັນດາຫຼັກການໃນຂໍ້ຕົກລົງລະຫວ່າງລັດເຊຍ - ອາເມລິກາ ກ່ຽວກັບຊີຣີ, ກໍ່ຄືບັນດາມະຕິສະບັບຕ່າງໆຂອງສະພາຄວາມໝັ້ນຄົງ, ບັນດາຂໍ້ຕົກລົງຂອງກຸ່ມສາກົນທີ່ໜູນຊ່ວຍຊີຣີ. ສ່ວນທ່ານ Jean Marc Ayrault ຖະແຫຼງວ່າ, ຝລັ່ງ ສະໜັບສະໜູນມາດຕະການແກ້ໄຂດ້ານການເມືອງໃຫ້ວິກິດການຢູ່ຊີຣີ ແລະ ຮ່າງມະຕິນີ້ຂອງຝລັ່ງ ຈະຍື່ນສະເໜີຕໍ່ສະພາຄວາມໝັ້ນຄົງສະຫະປະຊາຊາດ ລວມມີ 2 ຈຸດນັ້ນແມ່ນ, ຢຸດຕິການບຸກໂຈມຕີ Aleppo ແລະ ຮັບປະກັນສະໜອງສິນຄ້າໜູນຊ່ວຍມະນຸດສະທຳໃຫ້ປະຊາຊົນ.