ສະພາຄວາມໝັ້ນຄົງສະຫະປະຊາຊາດ ກະຕຸກຊຸກຍູ້ ປະຊາຄົມໂລກເພີ່ມທະວີການໜູນຊ່ວຍອີຣັກ
(ພາບປະກອບ: AFP)
(vovworld) – ໃນຖະແຫຼງການວັນທີ 17/10, ສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດ 15 ທ່ານ ໄດ້ກ່າວປະນາມບັນດາເຫດວາງລະເບີດສະຫຼະຊີບ ແລະ ບັນດາການໃຊ້ຄວາມຮຸ້ງແຮງອື່ນ ໂດຍກຳລັງລັດອິດສລາມ (IS) ດຳເນີນຢູ່ນະຄອນຫຼວງແບກແດດ ແລະ ບັນດາແຂວງນະຄອນອື່ນໆຢູ່ອີຣັກ. ຖະແຫຼງການໄດ້ເນັ້ນໜັກວ່າ ປະຊາຄົມໂລກຕ້ອງເພີ່ມທະວີ ແລະ ເປີດກວ້າງບັນດາການໜູນຊ່ວຍອຳນາດການປົກຄອງແບກແດດ ກວ່າອີກ ເພື່ອແນໃສ່ຍູ້ IS ກໍ່ຄືບັນດາອົງການຫົວຮຸ້ນແຮງທີ່ກ່ຽວຂ້ອງໃຫ້ຖອຍໄປ. ອົງການທີ່ມີສິດອຳນາດທີ່ສຸດຂອງສະຫະປະຊາຊາດ ເນັ້ນໜັກເຖິງຄວາມຈຳເປັນຕ້ອງນຳໃຊ້ທຸກໆມາດຕະການໃນຂອບເຂດຂອງກົດໝາຍສາກົນ ເພື່ອຕ້ານຄືນໄພນາບຂູ່ຈາກ IS.
ກ່ອນໜ້ານັ້ນກໍ່ໃນວັນດຽວກັນ, ຕໍ່ໜ້າສະພາບຂາດສະຖຽນລະພາບພວມປິນຂັ້ນໄດ, ກອງທັບອີຮັກ ໄດ້ບຸກລະດົມບັ້ນຮົບຕ່າວໂຈມຕີເພື່ອແນໃສ່ບົດປ່ອຍເຂດລະຫວ່າງ ນະຄອນ Tikrit ແລະ Baiji, ຂຶ້ນກັບທາງທິດເໜືອ Salahuddin. ປະຈຸບັນການປະທະກັນຍັງເກີດຂຶ້ນຢ່າງຮ້າຍແຮງຢູ່ເຂດດັ່ງກ່າວ.