ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ສະ​ແດງ​ຄວາມ​ວົກ​ຕົກ​ວັງ​ວົນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ວິ​ກິດ​ການ​ມະ​ນຸດ​ສະ​ທຳ ຢູ່ ຊີ​ຣີ

(VOVWORLD) -ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ກໍ່ຮຽກຮ້ອງໃຫ້ບັນດາຝ່າຍເຂົ້າຮ່ວມການປະທະກັນຢູ່ ຊີຣີ ຈົ່ງເພີ່ມທະວີການຮ່ວມມື ເພື່ອແນໃສ່ ຮັບປະກັນການໜູນຊ່ວຍດ້ານມະນຸດສະທຳບໍ່ໃຫ້ຖືກຂາດວັກຂາດຕອນ ແລະ ຖືກກັບຈຸດເວລາ, ຮຽກຮ້ອງໃຫ້ ປະຊາຄົມສາກົນຮ່ວມມື ເພື່ອແນໃສ່ຮັບປະກັນການເຄື່ອນໄຫວໜູນຊ່ວຍມະນຸດສະທຳໃຫ້ບັນລຸປະສິດທິຜົນສູງທີ່ສຸດ.
ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ສະ​ແດງ​ຄວາມ​ວົກ​ຕົກ​ວັງ​ວົນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ວິ​ກິດ​ການ​ມະ​ນຸດ​ສະ​ທຳ ຢູ່ ຊີ​ຣີ - ảnh 1ສະພາຄວາມໝັ້ນຄົງ ສປຊ ຈັດກອງປະຊຸມປະຈຳເດືອນກ່ຽວກັບ ສະພາບການມະນຸດສະທຳ ຊີຣີ ຕາມຮູບການທາງອອນລາຍ

ວັນທີ 29 ມີນາ (ຕາມເວລາ ນິວຢອກ), ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມປະຈຳເດືອນກ່ຽວກັບ ສະພາບການມະນຸດສະທຳ ຊີຣີ ຕາມຮູບການທາງອອນລາຍ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເອກອັກຄະລັດຖະທູດ ດັ້ງດິ່ງກຸ້ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ແບ່ງປັນຄວາມວິຕົກກັງວົນລວມ ຂອງທຸກປະເທດສະມາຊິກ ສປຊ ກ່ຽວກັບສະພາບການມະນຸດສະທຳ ທີ່ນັບມື້ນັບຮ້າຍແຮງຂຶ້ນຕື່ມ ຢູ່ ຊີຣີ ພາຍຫຼັງເກີດການປະທະກັນມາເປັນ 1 ທົດສະວັດ, ໃນນັ້ນ ພິເສດແມ່ນຄວາມຫຍຸ້ງຍາກ ເຊິ່ງ ແມ່ຍິງ, ເດັກນ້ອຍ ແລະ ກຸ່ມຄົນທີ່ມີຄວາມສ່ຽງຖືກຜົນສະທ້ອນສູງຕ່າງໆ ຕ້ອງຍອມຮັບ. ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ກໍ່ຮຽກຮ້ອງໃຫ້ບັນດາຝ່າຍເຂົ້າຮ່ວມການປະທະກັນຢູ່ ຊີຣີ ຈົ່ງເພີ່ມທະວີການຮ່ວມມື ເພື່ອແນໃສ່ ຮັບປະກັນການໜູນຊ່ວຍດ້ານມະນຸດສະທຳບໍ່ໃຫ້ຖືກຂາດວັກຂາດຕອນ ແລະ ຖືກກັບຈຸດເວລາ, ຮຽກຮ້ອງໃຫ້ ປະຊາຄົມສາກົນຮ່ວມມື ເພື່ອແນໃສ່ຮັບປະກັນການເຄື່ອນໄຫວໜູນຊ່ວຍມະນຸດສະທຳໃຫ້ບັນລຸປະສິດທິຜົນສູງທີ່ສຸດ. ທ່ານກໍ່ເນັ້ນໜັກເຖິງການຊອກຫາວິທີການດ້ານການເມືອງທີ່ຍາວນານໃຫ້ແກ່ວິກິດການຢູ່ ຊີຣີ ເພື່ອແນໃສ່ຢຸດຕິສະພາບການຫຍຸ້ງຍາກຄືໃນປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ