ສະພາຕໍ່າອາເມລິກາ ຮັບຮອງເອົາມະຕິກ່ຽວກັບທະເລຕາເວັນອອກ ແລະ ທະເລຮວາຕຸງ

ສະພາຕໍ່າອາເມລິກາ ຮັບຮອງເອົາມະຕິກ່ຽວກັບທະເລຕາເວັນອອກ ແລະ ທະເລຮວາຕຸງ - ảnh 1
ສະພາຕໍ່າອາເມລິກາ ຮັບຮອງເອົາມະຕິກ່ຽວກັບ
ທະເລຕາເວັນອອກ ແລະ ທະເລຮວາຕຸງ
(ພາບປະກອບ)


(vovworld) – ຕອນ​ເຊົ້າ​ວັນ​ທີ 04/12, ດ້ວຍ​ບັດ​ສະ​ໜັບສະ​ໜູນ​ຢ່າງຂາດຕົວ, ສະພາ​ຕໍ່າ​ອາ​ເມ​ລິ​ກາ ​ໄດ້​ຮັບຮອງ​ເອົາ​ມະຕິ​​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ຊອກ​ຫາ​ມາດ​ຕະການ​ສັນຕິພາບ, ບົນ​ພື້ນຖານ​ກົດໝາຍ​ສາກົນ​ໃຫ້​ບັນດາ​ການ​ຂັດ​ແຍ່ງ​ອະທິປະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ທະ​ເລຮວາ​ຕຸ​ງ. ມະຕິ​ໄດ້​ຢືນຢັນ​ຄືນ​ໃໝ່​ການ​ສະ​ໜັບສະ​ໜູນ​ຂອງ​ລັດຖະບານ​ອາ​ເມ​ລິ​ກາ ສຳລັບ​ບັນດາ​ຄວາມ​ມານະ​ພະຍາຍາມ​ຊອກ​ຫາ​ມາດ​ຕະການ​ສັນຕິພາບ, ບົນ​ພື້ນຖານ​ຫຼັກການ​ກົດໝາຍ​ສາກົນ​ທີ່​ໄດ້​ຮັບ​ການ​ຮັບ​ຮອງ​ຈາກ​ບັນດາ​ປະ​ເທດ ສຳລັບ​ການ​ຂັດ​ແຍ່ງ​ອະທິປະ​ໄຕຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ທະ​ເລ​ຮວາ​ຕຸ​ງ. ມະຕິ​ກໍ່​ຢືນຢັນ​ການ​ສະໜັບສະໜູນ​ຂອງ​ອາ​ເມ​ລິ​ກາ ສຳລັບ​ຄວາ​​​ມ​ເສລີ​ໃນ​ການ​ເດີ​ນທະ​ເລ, ນຳ​ໃຊ້​ເຂດ​ທະ​ເລ ​ແລະ ​ເຂດ​ນານ​ຟ້າ​ຢູ່​ພາກ​ພື້ນ​ອາຊີ - ປາຊີ​ຟິກ ຕາມ​ກົດໝາຍ​ສາກົນ. ມະ​ຕິ​ໄດ້​ຮຽກຮ້ອງ​ໃຫ້​ອາ​ຊຽນ, ບັນດາ​ພັນ​ທະ​ມິດ, ​ເພື່ອນ​ມິດ​ຂອງ​ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດ​ທີ່​ມີ​ການ​ຂັດ​ແຍ່ງ ພ້ອມ​ກັນ​ມານະ​ພະຍາຍາມ ຊອກຫາ​ມາດ​ຕະການ​ສັນຕິພາບ​ໃຫ້ບັນດາ​ການ​ຂັດ​ແຍ່ງ, ຜ່ານ​ການ​ຮຽກຮ້ອງ​ທຸກ​ຝ່າຍ​ປະຕິບັດ​ຖະ​ແຫຼງການ​ຮ່ວມ​ມື​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ ​ແລະ ກ້າວ​ໄປ​ເຖິງ​ສ້າງ​ຕັ້ງ​ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC).

ຂ່າວ/ບົດ​ອື່ນ