ສະພາຕ່ຳລັດເຊຍ ໄດ້ໃຫ້ສັດຕະຍາບັນຂໍ້ຕົກລົງວ່າດ້ວຍການຕໍ່ກຳນົດເວລາສົນທິສັນຍາ START – 3
(VOVWORLD) -ໃນກອງປະຊຸມດຳເນີນໃນວັນທີ 27 ມັງກອນ, ສະພາຕ່ຳລັດເຊຍ ໄດ້ຕົກລົງເຫັນດີໃຫ້ສັດຕະຍາບັນຂໍ້ຕົກລົງ ໂດຍທ່ານປະທານາທິບໍດີ ລັດເຊຍ Vladimir Putin ຍົກອອກ ກ່ຽວກັບເລື່ອງຕໍ່ກຳນົດເວລາສົນທິສັນຍາວ່າດ້ວຍມາດຕະການຫຼຸດຜ່ອນ ແລະ ຈຳກັດອາວຸດບຸກໂຈມຕີຍຸດທະສາດ (START – 3) ລະຫວ່າງ ລັດເຊຍ - ອາເມລິກາ ຮອດວັນທີ 5 ກຸມພາປີ 2026.
ສະພາແຫ່ງຊາດ (ພາບ: Tass) |
ຕາມສະພາຕ່ຳ ລັດເຊຍ ແລ້ວ, ການຕໍ່ກໍານົດເວລາຂອງສົນທິສັນຍາສະບັບນີ້ ຈະຕອບສະໜອງຜົນປະໂຫຍດຂອງປະເທດນີ້, ອະນຸຍາດໃຫ້ສືບຕໍ່ຮັກສາລັກສະນະໂປ່ງໃສ, ຈະແຈ້ງ ແລະ ຄວາມສາມາດຄາດຄະເນຂອງບັນດາສາຍພົວພັນຍຸດທະສາດ ລະຫວ່າງ ລັດເຊຍ ແລະ ອາເມລິກາ ກໍຄືຮັກສາສະຖຽນລະພາບຍຸດທະສາດໃນໂລກ. ການຕໍ່ກຳນົດເວລາສົນທິສັນຍາ STAR – 3 ກໍເປັນການຢັ້ງຢືນຄຳໝັ້ນສັນຍາຂອງ ສະຫະພັນ ລັດເຊຍ ກັບບັນດາພັນທະຂອງຕົນ ຕາມສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ ແລະ ຈະປະກອບສ່ວນເຂົ້າໃນ “ວິວັດການລົບລ້າງອາວຸດນິວເຄຼຍ, ລວມທັງການຫັນມັນໃຫ້ກາຍເປັນການພົວພັນຫຼາຍຝ່າຍໃນອະນາຄົດ".
ພາຍຫຼັງໄດ້ຮັບການໃຫ້ສັດຕະຍາບັນຢູ່ສະພາຕ່ຳແລ້ວ, ຂໍ້ຕົກລົງສະບັບນີ້ຈະໄດ້ຍື່ນສະເໜີຕໍ່ ສະພາສະຫະພັນລັດເຊຍ ເພື່ອຮັບຮອງເອົາ ແລະ ສົ່ງໃຫ້ທ່ານປະທານາທິບໍດີ Vladimir Putin ເຊັນປະກາດໃຊ້.
ແອັງຕູ໊ - ນັກຂ່າວ VOV ປະຈຳ ສະຫະພັນລັດເຊຍ