ສະພາຕຳ່ອາເມລິກາຮຽກຮ້ອງອຳນາດການປົກຄອງ Obama ປະກາດການ ຜັນຂະຫຍາຍກົດໝາຍປະຕິຮູບສາທາລະນະສຸກ
ທ່ານປະທານາທິບໍດີ ອາເມລິກາ Barack Obama
ພາບ: internet
|
(vovworld)- ວັນທີ 5/11, ກຳມາທິການຂອງສະພາຕຳ່ອາເມລິກາ ໂດຍພັກສາທາລະນະລັດ ກວມທີ່ນັ່ງສ່ວນຫລາຍໄດ້ຮຽກຮ້ອງໃຫ້ອຳນາດການປົກຄອງປະທານາທິບໍດີ Barack Obama ຕ້ອງປະກາດການຜັນແປຂອງເລື່ອງຜັນຂະຫຍາຍກົດໝາຍວ່າດ້ວຍການປະຕິຮູບລະບອບເບິ່ງແຍງດູແລສາທາລະນະສຸກ ຫລືເອີ້ນວ່າ Obama Care. ໃນຄຳສະເຫນີສົ່ງເຖິງທ່ານນາງ Marylyn Tavenner, ຜູ້ອຳນວຍການບັນດາສູນເບິ່ງແຍງດູແລ ແລະ ບໍລິການສາທາລະນະສຸກ ຂຶ້ນກັບກະຊວງສາທາລະນະສຸກ ແລະ ສະຫວັດດີການ ອາເມລິກາ, ສະມາຊິກສະພາຕຳ່ Camp ສະແດງຄວາມສົງໃສກ່ຽວກັບຈຸດໝາຍຂອງທຳນຽບຂາວ ແມ່ນຮອດເດືອນ 12/2013 ນີ້ ຈະມີຊາວອາເມລິກາປະມານ 1 ລ້ານຄົນ ຈົດທະບຽນຜ່ານເຄືອຂ່າຍອິນເຕີແນດຊື້ບັດປະກັນສຸຂະພາບຕາມລາຍການ ObamaCare.
ລາຍການປະກັນສຸຂະພາບ ObamaCare ແມ່ນບັນຫາກໍ່ຄວາມຖົກຖຽງລະຫວ່າງພັກສາທາລະນະລັດທີ່ສະພາແຫ່ງຊາດ ແລະ ທຳນຽບຂາວ ພາໄປເຖິງການປິດປະຕູສຳນັກງານຂອງລັດຖະບານອາເມລິກາໃນເວລາ 16 ວັນຂອງເດືອນ 10 ຜ່ານມາ. ລາຍການ ObamaCare ເລ່ີມປະຕິບັດໃນວັນທີ 1/10, ຜ່ານນັ້ນ ຊາວອາເມລິກາ ສາມາດຊື້ບັດປະກັນໄພຜ່ານຫນ້າເວັບ Healthcare.gov ດ້ວຍລາຄາຖືກ.