ພາບປະກອບ:internet
|
(vovworld) - ວັນທີ 6/11, ນະຄອນຫລວງ Damascus ຂອງ ຊີຣີ ສືບຕໍ່ເກີດເຫດວາງລະເບີດ ພາຍຫລັງມື້ຫນຶ່ງທີ່ເກີດເຫດການໃຊ້ຄວາມຮຸນແຮງໄດ້ເຮັດໃຫ້ 250 ຄົນຖືກເສຍຊີວິດ. ເຫດວາງລະເບີດທີຄັ້ງຫນຶ່ງແມ່ນເກີດຂຶ້ນໃນຍາມຮຸ່ງເຊົ້າຢູ່ບໍລິເວນ Mudamiya ມໍ່ກັບ Damascus, ເຮັດໃຫ້ຫລາຍຄົນເສຍຊີວິດ ແລະ ຮັບບາດເຈັບ ແລະ ກໍຄວາມເສຍຫາຍດ້ານວັດຖຸຢ່າງຫນັກຫນ່ວງ. ໃນຂະນະນັ້ນ ກຳລັງທະຫານຂອງລັດຖະບານສືບຕໍ່ບັ້ນບຸກໂຈມຕີທາງອາກາດໃສ່ເຂດ Damascus, ທາງທິດເຫນືອນະຄອນ Aleppo, ທາງທິດຕາເວັນອອກນະຄອນ Deir Ezzor, ກໍຄືເທດສະບານ Maaret al-Numan ທາງທິດຕາເວັນອອກສຽງເຫນືອ Idlib ຊຶ່ງແມ່ນສະຖານທີ່ກຳລັງຝ່າຍຄ້ານຕັ້ງທັບກ່ອນນີ້ເກືອບຫນຶ່ງເດືອນ. ຕາມການສະຖິຕິໃນເບື້ອງຕົ້ນຂອງອົງການຕິດຕາມກວດກາສິດທິມະນຸດ ຊີຣິ ແລ້ວ, ຈຳນວນຜູ້ເສຍຊີວິດໃນວັນທີ 6/11 ແມ່ນ 30 ຄົນ,ໃນນັ້ນເຄິ່ງຫນຶ່ງແມ່ນສາມັນຊົນ.