ປະທານາທິບໍດີ Barack Obama ແລະ ຄູ່ແຂ່ງ Mitt Romey
ພາບ: SGGP
|
(vovworld) - ວັນທີ 17/10, ພາຫະນະສື່ມວນຊົນທັງໝົດ ຢູ່ ອາເມລິກາ ລ້ວນແຕ່ອອກຂ່າວ ແລະ ມີບົດຂຽນວິຈານກ່ຽວກັບການໂຕ້ວາທີໂດຍກົງເທື່ອທີ 2 ດ້ວຍການສັງເກດລວມຖືວ່າ: ປະທານາທິບໍດີ Barack Obama ຜູ້ອອກສະໝັກຮັບເລືອກຕັ້ງຂອງພັກປະຊາທິປະໄຕ ຍາດໄດ້ການສະຫນັບສະຫນູນຫລາຍກວ່າເມື່ອທຽບກັບ ທ່ານ Mitt Romey ຄູ່ແຂ່ງສັງກັດພັກສາທາລະນະລັດ. ໝາກຜົນສຳຫລວດທີ່ປະກາດໃນວັນທີ 17/10 ຂອງຊ່ອງໂທລະພາບ CNN/ORC International ໃຫ້ຮູ້ວ່າ ມີ 46% ຈຳນວນຜູ້ມີສິດເລືອກຕັ້ງໄດ້ຕິດຕາມການໂຕ້ວາທີ ຖືວ່າ: ທ່ານ Obama ຍາດໄດ້ທ່າຂາດຂັ້ນໃນການໂຕ້ວາທີເມື່ອຕອນຄຳ່ວັນທີ 16/10 ຢູ່ ມະຫາວິທະຍາໄລ Hofstra ຢູ່ ລັດນິວຢອກ ເມື່ອທຽບກັບ ຈຳນວນ 39% ຄຳເຫັນແມ່ນປ່ອນບັດສະໜັບສະຫນູນທ່ານ Romney. ເຖິງຢ່າງໃດກໍຕາມ, ມີເກືອບເຄິ່ງຫນຶ່ງໃນຈຳນວນ ຜູ້ມີສິດເລືອກຕັ້ງ 457 ຄົນຖືກຖາມໄດ້ເວົ້າວ່າ ໝາກຜົນການໂຕ້ວາທີບໍ່ເຮັດໃຫ້ເຂົາເຈົ້າສະຫນັບສະຫນູນທ່ານໃດຢ່າງແນ່ນອນ. ມີ 60% ຈຳນວນຜູ້ຖືກຖາມຖືວ່າ: ປະທານາທິບໍດີ Obama ໄດ້ອະພິປາຍດີເກີນຄາດ.