ສະພາບການ ອາບການິດສະຖານ: ສະພາກາແດງສາກົນ ຮຽກຮ້ອງໃຫ້ເຊື່ອມຕໍ່ບັນດາການເຄື່ອນໄຫວມະນຸດສະທຳຄືນໃໝ່
(VOVWORLD) -ທ່ານປະທານຄະນະກຳມະການ ກາແດງ ສາກົນ (ICRC) Peter Maurer ຮຽກຮ້ອງໃຫ້ບັນດາອົງການມະນຸດສະທຳ ກັບຄືນໄປ ອາບການິດສະຖານ ແລະ ທະນາຄານໂລກ (WB) ຈົ່ງສ້າງເງື່ອນໄຂສະດວກເພື່ອໃຫ້ປະເທດອາຊີຕາເວັນຕົກສ່ຽງໃຕ້ນີ້ ປັບປຸງລະບົບສາທາລະນະສຸກ.
ສົງຄາມ ໄດ້ເຮັດໃຫ້ຊາວ ອາບການິດສະຖານ ຫຼາຍຄົນບໍ່ມີເຮືອນຢູ່ (ພາບ: THX/TTXVN) |
ວັນທີ 8 ກັນຍາ, ທ່ານປະທານຄະນະກຳມະການ ກາແດງ ສາກົນ (ICRC) Peter Maurer ຮຽກຮ້ອງໃຫ້ບັນດາອົງການມະນຸດສະທຳ ກັບຄືນໄປ ອາບການິດສະຖານ ແລະ ທະນາຄານໂລກ (WB) ຈົ່ງສ້າງເງື່ອນໄຂສະດວກເພື່ອໃຫ້ປະເທດອາຊີຕາເວັນຕົກສ່ຽງໃຕ້ນີ້ ປັບປຸງລະບົບສາທາລະນະສຸກ.
ຖະແຫຼງການດັ່ງກ່າວ ໂດຍທ່ານ Maurer ຍົກອອກມາໃນການຖະແຫຼງຂ່າວ ເຊິ່ງຖືກຈັດຂຶ້ນພາຍຫຼັງການເດີນທາງໄປສຳຫຼວດກວດກາ ອາບການິດສະຖານ ເປັນເວລາ 4 ວັນ ແລະ ການເຈລະຈາກັບຜູ້ນຳໜ້າກຳລັງ ຕາລີບານ.
ພ້ອມດຽວກັນນັ້ນ, ທ່ານປະທານ ICRC ກໍເນັ້ນໜັກວ່າ ການໜູນຊ່ວຍຂອງທະນາຄານໂລກ ຕໍ່ຂົງເຂດສາທາລະນະສຸກຢູ່ ອາບການິດສະຖານ ແມ່ນມີຄວາມສຳຄັນຍິ່ງ. ທ່ານຢັ້ງຢືນວ່າ: “ຂ້າພະເຈົ້າແນ່ໃຈວ່າ ຈະຂົນຂວາຍປຸກລະດົມ ເພື່ອໃຫ້ທະນາຄານໂລກ ຊອກຫາມາດຕະການທີ່ດີທີ່ສຸດ ເພື່ອສືບຕໍ່ໜູນຊ່ວຍການປັບປຸງບັນດາຮາກຖານສາທາລະນະສຸກ ຢູ່ ອາບການິດສະຖານ.”