(VOVWORLD) - ໃນງານຕະຫຼາດນັດປີນີ້, ບັນດາວິສາຫະກິດທ່ອງທ່ຽວ ແລະ ບໍລິສັດການບິນ ຫວຽດນາມ ຈະເປີດຕົວລາຍການກະຕຸ້ນການທ່ອງທ່ຽວກວ່າ 10.000 ລາຍການ, ປີ້ຍົນລາຄາຖືກນັບ 100.000 ປີ້ ພ້ອມດ້ວຍຂອງຂວັນນັບພັນຢ່າງ.
ງງານຕະຫຼາດນັດການທ່ອງທ່ຽວສາກົນ ຫວຽດນາມ (VITM) ປີ 2022 (ພາບ: BNEWS/TTXVN) |
“ສະພາບປົກກະຕິໃໝ່ - ກາລະໂອກາດໃໝ່ໃຫ້ແກ່ການທ່ອງທ່ຽວ ຫວຽດນາມ”. ນັ້ນແມ່ນຫົວຂໍ້ຂອງງານຕະຫຼາດນັດການທ່ອງທ່ຽວສາກົນ ຫວຽດນາມ (VITM) ປີ 2022 ທີ່ໄຂຂຶ້ນໃນຕອນເຊົ້າວັນທີ 31 ມີນາ ຢູ່ຮ່າໂນ້ຍ, ໂດຍສະຫະສະມາຄົມທ່ອງທ່ຽວ ຫວຽດນາມ ຈັດຂຶ້ນ ດ້ວຍການເຂົ້າຮ່ວມຂອງວິສາຫະກິດກວ່າ 500 ແຫ່ງ ມາຈາກ 52 ແຂວງ, ນະຄອນ ແລະ 6 ປະເທດ, ເຂດແຄວ້ນຄື: ຍີ່ປຸ່ນ, ສ.ເກົາຫຼີ, ໄທ, ມາເລເຊຍ, ໄຕ້ຫວັນ (ຈີນ) ແລະ ຕວັກກີ. ໂດຍດຳເນີນຮອດວັນທີ 3 ເມສາ ຈຶ່ງອັດລົງ, ງານຕະຫຼາດນັດປີນີ້ ເປັນການຢັ້ງຢືນການເປີດປະຕູຂະແໜງທ່ອງທ່ຽວ ຫວຽດນາມ ຄືນໃໝ່ ໃນສະພາບປົກກະຕິໃໝ່.
ໃນຂອບເຂດງານຕະຫຼາດນັດ, ມີຫຼາຍການເຄື່ອນໄຫວແລກປ່ຽນຄ້າຂາຍ, ສົ່ງເສີມ, ໂຄສະນາເຜີຍແຜ່ການທ່ອງທ່ຽວ, ການຮ່ວມມືດຳເນີນທຸລະກິດ, ການແລກປ່ຽນຜະລິດຕະພັນຈະໄດ້ຈັດຂຶ້ນ ເພື່ອແນໃສ່ສ້າງການຮ່ວມດຳເນີນທຸລະກິດລະຫວ່າງບັນດາວິສາຫະກິດ. ພິເສດ, ໃນງານຕະຫຼາດນັດປີນີ້, ບັນດາວິສາຫະກິດທ່ອງທ່ຽວ ແລະ ບໍລິສັດການບິນ ຫວຽດນາມ ຈະເປີດຕົວລາຍການກະຕຸ້ນການທ່ອງທ່ຽວກວ່າ 10.000 ລາຍການ, ປີ້ຍົນລາຄາຖືກນັບ 100.000 ປີ້ ພ້ອມດ້ວຍຂອງຂວັນນັບພັນຢ່າງ.