ທ່ານນາຍົກລັດຖະມົນຕີກຳປູເຈຍ HunSen
ພາບ: nguyentandung.vn
|
(vovworld)- ຕອນເຊົ້າວັນທີ 24/7, ສະພາສູງກຳປູເຈຍ ໄດ້ຮັບຮອງເອົາຮ່າງກົດໝາຍວ່າດ້ວຍບັນດາອົງການສະມາຄົມ ແລະ ອົງການບໍ່ຂຶ້ນກັບລັດຖະບານ (NGO) ເພື່ອເພີ່ມທະວີການຄຸ້ມຄອງ ແລະ ສ້າງເງື່ອນໄຂສະດວກໃຫ້ບັນດາອົງການເຄື່ອນໄຫວເປັນປົກກະຕິ ບົນພື້ນຖານເຄົາລົບກົດໝາຍ. ກ່ອນຫນ້ານັ້ນ ສະພາແຫ່ງຊາດ ກຳປູເຈຍ ກໍໄດ້ຮັບຮອງເອົາກົດໝາຍສະບັບດັ່ງກ່າວ. ກ່າວຄຳເຫັນຕໍ່ນັກຂ່າວພາຍຫລັງສະພາສູງຮັບຮອງເອົາກົດໝາຍດັ່ງກ່າວ, ທ່ານ Mom Bun Neang ໂຄສົກສະພາສູງໃຫ້ຮູ້ວ່າ: ປະຈຸບັນ ກຳປູເຈຍ ມີສະມາຄົມ 5000 ແຫ່ງ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານ. ໄລຍະຜ່ານມາ ບັນດາສະມາຄົມ ແລະ ອົງການບໍ່ຂຶ້ນກັບລັດຖະບານ ໄດ້ມີການປະກອບສ່ວນຫລາຍຢ່າງໃນການພັດທະນາເສດຖະກິດວັດທະນະທຳສັງຄົມຂອງປະເທດຊາດ. ເຖິງຢ່າງໃດ ບາງອົງການບໍ່ປະຕິບັດຕາມຫລັກການຂອງຕົນ ສະນັ້ນ ຕ້ອງມີກົດໝາຍເພື່ອສົ່ງເສີມບັນດາອົງການເຫລົ່ານັ້ນເຄື່ອນໄຫວຢ່າງຕັ້ງຫນ້າໃຫ້ສັງຄົມ ພ້ອມທັງສະກັດກັ້ນບັນດາສ່ວນບຸກຄົນສວຍໃຊ້ອົງການຕົນເພື່ອເຮັດສິ່ງທີ່ຜິດກົດໝາຍ.