ສະພາສູງອາເມລິກາຍັງບໍ່ທັນໃຫ້ສັດຕະຍາບັນຮ່າງກົດໝາຍທົດແທນ Obamacare ໃນປີ 2017ເທື່ອ

(VOVWORLD) -ວັນທີ 26 ກັນຍາ, ການນຳຝ່າຍກວມເອົາອັດຕາສະມາຊິກລັດຖະສະພາສ່ວນຫຼາຍຢູ່ສະພາສູງອາເມລິກາ, ທ່ານສະມາຊິກລັດຖະສະພາ Mitch McConnell ຖະແຫຼງວ່າ

ສະພາສູງອາເມລິກາຍັງບໍ່ທັນໃຫ້ສັດຕະຍາບັນຮ່າງກົດໝາຍທົດແທນ Obamacare ໃນປີ 2017ເທື່ອ - ảnh 1 ທ່ານສະມາຊິກລັດຖະສະພາ Mitch McConnell

(ພາບ: AFP/TTXVN)

ສະພາສູງຈະບໍ່ດຳເນີນການປ່ອນບັດໃນອາທິດນີ້ສຳລັບຮ່າງກົດໝາຍວ່າດ້ວຍການເບິ່ງແຍງດູແລສຸຂະພາບອາເມລິກາ (AHCA) ເພື່ອແນໃສ່ທົດແທນໂຄງການເບິ່ງແຍງດູແລສຸຂະພາບເໝາະສົມກັບການໃຊ້ຈ່າຍເງິນ (Obamacare) ທີ່ມີມາແຕ່ສະໄໝທ່ານອະດີດປະທານາທິບໍດີ Barack Obama. ການກະທຳດັ່ງກ່າວໄດ້ເຮັດໃຫ້ຝ່າຍສາທາລະນະບໍ່ມີຄວາມຫວັງອີກໃນການຮັບຮອງເອົາ AHCA ໃນປີ 2017 ເພື່ອຍົກເລີກ - ທົດແທນ Obamacare. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານສະມາຊິກລັດຖະສະພາ Mitch McConnell ໃຫ້ຮູ້ວ່າ, ບັນດາການນຳພັກສາທາລະນະຢູ່ສະພາສູງ ໃຫ້ຮູ້ວ່າ, ຖ້າຫາກຮ່າງກົດໝາຍ AHCA ໄດ້ຍົກອອກມາເພື່ອປ່ອນບັດ ກ່ອນການກຳນົດໃນວັນທີ 30 ກັນຍາ, ແນ່ນອນວ່າ ຈະບໍ່ມີບັດເຫັນດີຢ່າງພຽງພໍເພື່ອຮັບຮອງເອົາ ຍ້ອນວ່າ ມາຮອດປະຈຸບັນຍັງມີສະມາຊິກລັດຖະສະພາ 3 ທ່ານຂອງຝ່າຍສາທາລະນະຖະແຫຼງວ່າຈະປ່ອນບັດຂາວ.

ຕອບກັບ

ຂ່າວ/ບົດ​ອື່ນ