ກອງປະຊຸມຂອງສະພາສູງອາເມລິກາ
ພາບປະກອບ:internet
|
(vovworld)-ວັນທີ 11/6, ສະພາສູງອາເມລິກາໄດ້ຮັບຮອງເອົາມະຕິຢັ້ງຢືນຄືນການສະຫນັບສະຫນູນຢ່າງແຂງແຮງຂອງອາເມລິກາສຳລັບການແກ້ໄຂການພິພາດຜືນແຜນດິນ, ອະທິປະໄຕ ແລະ ສິດຕັດສິນດ້ວຍຕົນເອງຢູ່ເຂດ ອາຊີ-ປາຊີຟີກ ໂດຍສັນຕິວິທີ. ມະຕິດັ່ງກ່າວໄດ້ຊີ້ແຈງວ່າ: ສະພາສູງອາເມລິກາ ຄັດຄ້ານທຸກການກະທຳບັງຄັບ, ນາບຂູ່ ຫລື ນຳໃຊ້ກຳລັງອາວຸດເພື່ອປະຕິບັດບັນດາຄວາມຮຽກຮ້ອງຕ້ອງການອະທິປະໄຕຜືນແຜນດິນ, ເຂດທະເລຫລືປ່ຽນແປງສະພາບຄວາມເປັນຈິງຢູ່ທະເລຕາເວັນອອກ ແລະ ທະເລ ຮົວຕຸງ. ມະຕິໄດ້ຮຽກຮ້ອງບັນດາຝ່າຍກ່ຽວຂ້ອງຄວນລະງັບໃຈບັນດາການກະທຳທີ່ກໍ່ຂາດສະຖຽນລະພາບ, ເຮັດໃຫ້ສະພາບການເຄັ່ງຕຶງຂຶ້ນຕື່ມຫລືເພີ່ມການພິພາດ. ສະພາສູງອາເມລິກາ ສະຫນັບສະຫນູນຢ່າງແຮງຕໍ່ເລື່ອງ ອາຊຽນ ແລະ ຈີນ ຊຸກຍູ້ການສ້າງປະມວນຂໍ້ກຳນົດການປະພຶດຢູ່ທະເລຕາເວັນອອກ (COC) ແລະ ຮຽກຮ້ອງໃຫ້ທຸກປະເທດສະຫນັບສະຫນູນຄວາມມານະພະຍາຍາມຂອງ ອາຊຽນໃນບັນຫານີ້. ມະຕິດັ່ງກ່າວກໍ່ໄດ້ເຕື້ອງເຖິງບັນດາການພິພາດບົນທະເລ ຮົວຕຸງ ໃນໄລຍະຜ່ານມາ ແລະ ຮຽກຮ້ອງໃຫ້ບັນດາຝ່າຍກ່ຽວຂ້ອງສະກັດກັ້ນເຫດການເກີດຂຶ້ນ ແລະ ແກ້ໄຂຄວາມບໍ່ລົງລອຍກັນໂດຍສັນຕິວິທີ.
Nhat Quynh ນັກຂ່າວ VOV ປະຈຳອາເມລິກາ