ອະດີດສະມາຊິກສະພາສູງ Chuck Hagel
ພາບ:AP
|
(vovworld) - ວັນທີ 26/2, ສະພາສູງ ອາເມລິກາ ໄດ້ປ່ອນບັດໃຫ້ສັດຕະຍາບັນອະດີດສະມາຊິກສະພາສູງ Chuck Hagel ດຳລົງຕຳແຫນ່ງລັດຖະມົນຕີກະຊວງປ້ອງກັນປະເທດ ໃນອາຍຸການທີສອງຂອງອຳນາດການປົກຄອງປະທານາທິບໍດີ Barack Obama. ທ່ານ Chuck Hagel ອາຍຸ 67 ປີ ໄດ້ຮັບການແຕ່ງຕັ້ງຈາກປະທານາທິບໍດີ Obama ເປັນລັດຖະມົນຕີກະຊວງປ້ອງກັນປະເທດເມື່ອວັນທີ 8/1. ເຖິງຢ່າງໃດກໍຕາມ, ກ່ອນນີ້ 2 ອາທິດ, ບັນດາສະມາຊິກສະພາສູງຂອງພັກສາທາລະນະລັດທີ່ສະພາສູງ ໄດ້ນຳໃຊ້ມາດຕະການດ້ານບໍລິຫານເພື່ອໂຈະການປ່ອນບັດ. ໃນວັນດຽວກັນ, ກຳມາທິການການເງິນສະພາສູງ ໄດ້ປ່ອນບັດຮັບຮອງເອົາຂໍ້ສະເຫນີຂອງທ່ານປະທານາທິບໍດີ Obama ແຕ່ງຕັ້ງທ່ານ Jack Lew ດຳລົງຕຳແຫນ່ງລັດຖະມົນຕີກະຊວງການເງິນ ດ້ວຍບັດເຫັນດີ 19 ບັດ ແລະ ບັດຄ້ານ 5 ບັດ.