ສະພາເລືອກຕັ້ງແຫ່ງຊາດໄຂວາລະປະຊຸມເທື່ອທີ4
ທ່ານນາງ ຫງວຽນທິກີມເງິນກ່າວຄຳ
ເຫັນປະກອບຄວາມເຫັນຢູ່ວາລະປະຊຸມ
(ພາບ: TTXVN)
(vovworld) – ໂດຍສືບຕໍ່ຜັນຂະຫຍາຍວຽກງານການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 14 ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2016 – 2021 ຕອນເຊົ້າວັນທີ 13/04, ສະພາເລືອກຕັ້ງແຫ່ງຊາດໄດ້ໄຂວາລະປະຊຸມເທື່ອທີ 4 ຢູ່ຫໍປະຊຸມສະພາແຫ່ງຊາດ ໂດຍພາຍໃຕ້ການເປັນປະທານຂອງທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດ, ປະທານສະພາເລືອກຕັ້ງແຫ່ງຊາດ. ທີ່ວາລະປະຊຸມຄັ້ງນີ້, ບັນດາສະມາຊິກສະພາເລືອກຕັ້ງແຫ່ງຊາດປຶກສາຫາລື ແລະ ລົງຄະແນນສຽງຮັບຮອງເອົາມະຕິຈັດແບ່ງໜ້າທີ່ຂອງບັນດາສະມາຊິກສະພາເລືອກຕັ້ງແຫ່ງຊາດ. ກ່າວຄຳເຫັນຢູ່ວາລະປະຊຸມ ທ່ານນາງປະທານສະພາແຫ່ງຊາດ ປະທານສະພາເລືອກຕັ້ງແຫ່ງຊາດ ຫງວຽນທິກີມເງິນ ຕີລາຄາສູງວຽກງານກະກຽມການເລືອກຕັ້ງຂອງລະບົບບັນດາອົງການທີ່ກ່ຽວຂ້ອງ, ໃນນັ້ນມີບົດບາດຂອງແນວໂຮມປະເທດຊາດ ຫວຽດນາມ ແລະ ບັນດາອະນຸກຳມາທິການ, ສະມາຊິກຂອງສະພາເລືອກຕັ້ງ. ທ່ານນາງ ຫງວຽນທິກີມເງິນ ເນັ້ນໜັກວ່າ ໄລຍະມໍ່ໆມານີ້ ຄວນຍູ້ແຮງວຽກງານໂຄສະນາການເລືອກຕັ້ງ ກໍ່ຄືຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ, ຮັບປະກັນຂ້ໍມູນຂ່າວສານທີ່ສະໜອງຢ່າງທັນການ, ສ້າງບັນຍາກາດຟົດຟື້ນມ່ວນຊື່ນ, ມີຄວາມເຊື່ອໝັ້ນໝູ່ໃນປະຊາຊົນ, ເພື່ອໃຫ້ວັນເລືອກຕັ້ງກາຍເປັນວັນບຸນຂອງທົ່ວປວງຊົນທັງຊາດຢ່າງແທ້ຈິງ.