ສະພາເອີລົບ ເປີດກ້ວາງການເຈລະຈາ FTA ກັບອາຊຽນ
ພາບປະກອບ
(vovworld) – ສະພາເອີລົບ ຫາກໍ່ຮັບຮອງເອົາຂໍ້ຕົກລົງເປີດກ້ວາງບັນດາການເຈລະຈາກ່ຽວກັບການຄ້າເສລີ (FTA) ກັບບັນດາປະເທດ ອາຊຽນ.
ໃນຖະແຫຼງການໄດ້ຍົກອອກມາພາຍຫຼັງກອງປະຊຸມບັນດາລັດຖະມົນຕີການຄ້າສະຫະພາບ ເອີລົບ, ສະພາ ເອີລົບ ໃຫ້ຮູ້ວ່າ: ຂໍ້ຕົກລົງນີ້ອະນຸຍາດໃຫ້ຄະນະກຳມະການ ເອີລົບເປີດການເຈລະຈາຄັ້ງຕ່າງທກ່ຽວກັບການອາລັກຂາແກ່ການລົງທຶນກັບບັນດາປະເທດສະມາຊິກ ອາຊຽນ, ກໍ່ຄືເປັນສ່ວນໜຶ່ງໃນການເຈລະຈາກ່ຽວກັບການຄ້າເສລີທີ່ພວມດຳເນີນໄປ. ສະຫະພາບເອີລົບພວມດຳເນີນການເຈລະຈາກັບ 4 ປະເທດສະມາຊິກອາຊຽນຄື: ມາເລເຊຍ, ໄທ, ສິງກາໂປ ແລະ ຫວຽດນາມ.
ປະຈຸບັນ, ອາຊຽນ ແມ່ນຄູ່ຮ່ວມມືການຄ້າລາຍໃຫຍ່ ແລະ ມີຄຸນຄ່າສຳລັບສະຫະພາບ ເອີລົບ. ໃນ 2 ປີຜ່ານມາ, ການແລກປ່ຽນການຄ້າລະຫວ່າງ 2 ກຸ່ມເພີ່ມຂຶ້ນ 39,5%. ກ່ຽວກັບການລົງທຶນ, ສະຫະພາບເອີລົບ ແມ່ນນັກລົງທຶນໃຫຍ່ສຸດໃນພາກພື້ນ ອາຊຽນ.