ສະພາແຫ່ງຊາດກຳປູເຈຍໃຫ້ສັດຕະຍາບັນຄະນະລັດຖະບານອາຍຸການທີ 5

  ສະພາແຫ່ງຊາດກຳປູເຈຍໃຫ້ສັດຕະຍາບັນຄະນະລັດຖະບານອາຍຸການທີ 5      - ảnh 1
ທ່ານ​ນາຍົກລັດຖະມົນຕີ Hun Sen

(ພາບ: dangcongsanvietnam.vn)

(Vovworld-) ຄະນະ​ລັດຖະບານ​ແຫ່ງ​ລາຊະ​ອານາຈັກກຳປູເຈຍອາຍຸ​ການ​ທີ 5 ​ໂດຍ​ທ່ານ ນາຍົກລັດຖະມົນຕີ​ແຫ່ງ​ລາຊະ​ອານາຈັກກຳປູເຈຍ ຮຸ່ນ​ແຊນ​ຍື່ນ​ສະ​ເໜີ ​ ​ແລະ ​ໄດ້​ຮັບ​ສັດຕະຍາບັນຈາກ ສະພາແຫ່ງຊາດ ເມື່ອຕອນເຊົ້າວັນທີ 24/9 ຊຶ່ງລວມມີ: ທ່ານນາຍົກລັດຖະມົນຕີ​ແຫ່ງ​ລາຊະ​ອານາຈັກກຳປູເຈຍ ຮຸນແຊນ, ຮອງນາຍົກລັດຖະມົນຕີ​ 9 ທ່ານ ແລະ ລັດຖະມົນຕີ 27 ທ່ານ. ນອກຈາກນັ້ນ, ລັດຖະບານໃໝ່ຂອງກຳປູເຈຍ ຍັງມີ 15 ຕຳແໜ່ງລັດຖະມົນຕີຂັ້ນສູງ ແລະ 13 ລັດຖະມົນຕີ, ທູດພິເສດຂອງ ນາຍົກລັດຖະມົນຕີ​ ແລະ 1 ຕຳແໜ່ງ ລັດຖະມົນຕີຮັບຜິດຊອບ ດ້ານການບິນພົນລະເຮືອນສັງກັດ ຫ້ອງວ່າການ ສະພາລັດຖະມົນຕີ. ຂ່າວຍັງໃຫ້ຮູ້ວ່າ ໃນຕອນເຊົ້າຂອງວັນດຽວກັນ ຊຶ່ງແມ່ນມື້ທີ 2 ຂອງກອງປະຊຸມສະໄໝຄັ້ງປະຖົມມະເລິກ ສະພາແຫ່ງຊາດກຳປູເຈຍຊຸດທີ 5, ທ່ານ Heng Samrin ອາຍຸ 79 ປີ, ປະທານ ສະພາແຫ່ງຊາດກຳປູເຈຍຊຸດທີ 4 ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານ ສະພາແຫ່ງຊາດກຳປູເຈຍອາຍຸ​ການ​ໃໝ່.

  ກ່ອນໜ້ານັນ, ພະ​ບາດ​ສົມ​ເດັດ Norodom Sihamoni ​ໄດ້​ລົງ​ນາມ​ໃນລັດຖະດຳ​ລັດແຕ່ງຕັ້ງທ່ານ​ Hun Sen ​ເປັນ​ນາຍົກລັດຖະມົນຕີກຳປູ​ເຈຍ ອາຍຸ​ການ​ທີ 5 ພາຍຫຼັງທີ່​ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ ດຳ​ເນີນ​ວາລະ​ປະຊຸມ​ຄັ້ງປະຖົມມະ​ເລິກ​ເມື​ອຕອນ​ເຊົ້າວັນ​ທີ 23/9 ຢູ່​ສຳນັກງານທີ່ນະຄອນ​ຫຼວງ​ພະນົມ​ເປັນ. ທ່ານ Hun Sen  ອາຍຸ 61 ປີ, ​ໄດ້​ດຳລົງ​ຕຳ​ແໜ່​ງ ນາຍົກລັດຖະມົນຕີກຳປູ​ເຈຍ ນັບ​ແຕ່​ປີ 1985 ມາ​ຮອດ​ປະຈຸ​ບັນ, ອາຍຸ​ການ​ໃໝ່​ຂອງ​ທ່ານ​ຈະ​ແກ່ຍາວ​ໃນ​​ໄລຍະເວລາ 5 ປີ, ​​ແຕ່​ນີ້ ຮອດ​ປີ 2018.

 

ຂ່າວ/ບົດ​ອື່ນ