ສະພາແຫ່ງຊາດຕິດຕາມກວດກາເລື່ອງປະຕິບັດກົດໝາຍວ່າດ້ວຍຊາວໜຸ່ມຢູ່ຮ່າໂນ້ຍ

ສະພາແຫ່ງຊາດຕິດຕາມກວດກາເລື່ອງປະຕິບັດກົດໝາຍວ່າດ້ວຍຊາວໜຸ່ມຢູ່ຮ່າໂນ້ຍ - ảnh 1
ພາບ​ປະ​ກອບ

(vovworld) – ​​​​​​​ວັນ​ທີ 13/1, ​ກຳ​ມາ​ທິ​ການ​ວັ​ດ​ທະ​ນະ​ທຳ, ສຶກ​ສາ, ຊາວ​ໜຸ່ມ​ເຍົາ​ວະ​ຊົນ ແລະ ອະ​ນຸ​ຊົນ ສະ​ພາ​ແຫ່ງ​ຊາດ ມ​ີ​ການ​ຕິດ​ຕາມກວດ​ກາ​ຢູ່ ຮ່​າ​ໂນ້ຍ ກ່ຽວ​ກັບ​ການ​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ຊາວ​ໜຸ່ມ. ຕາມ​ບົດ​ລາຍ​ງານ​ຂອງ​ນະ​ຄອນແລ້ວ, ປະ​ຈຸ​ບັນ, ນະ​ຄອນຫຼວງ​​ມີ​​ຊາວ​ໜຸ່ມ​ອາ​ຍຸ​ແຕ່ 16 – 30 ປີປະ​ມານ 2,7 ລ້ານ​ຄົນ, ກວມ 33% ຍອດ​​ຈຳ​ນວນພົນ​ລະ​ເມືອງ​. ໄລ​ຍະ​ຜ່ານ​ມາ, ນະ​ຄອນຫຼວງ ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ແລະ ກຳ​ນົດ​ວ່າ​ຊາວ​ໜຸ່ມ​ແມ່ນ​ແຫຼ່​ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ຕົ້ນ​ຕໍ​ໃນ​ທຸກໆ​ຂົງ​ເຂດ, ​ເປັນ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມີ​ຄຸນນ​ະ​ພາບ​ສູງ​ເພ​ື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ນະ​ຄອນຫຼວງ. ປີ 2013, ນະ​ຄອນ ຮ່າ​ໂນ້ຍ ໄດ້​ປະ​ກາດ​ໃຊ້​ມະ​ຕິ​ກ່ຽວ​ກັບ​ນະ​ໂຍ​ບາຍ​ນຳ​ໃຊ້​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ໃນ​ການ​ສ້າງ​ສາ ແລະ ພັດ​ທະ​ນາ​ນະ​ຄອນຫຼວງ, ອະ​ນຸ​ມັດ​ຜ່ານ​ແຜນ​ຮ່າງ​ທົດ​ລອງ​ໃນ​ການ​ຮັບ​ສະ​ໝັກ, ບຳ​ລຸ​ງ​ສ້າງ​ລັດ​ຖະກອນ​ 1.000 ຄົນ. ຮ່າ​ໂນ້ຍກໍ່​ແມ່ນ​ທ້ອງ​ຖິ່ນ​ທຳ​ອິດ​ໃນ​ທົ່ວ​ປະ​ເທດ​ທີ່​ໄດ້ຍ້ອງຍ​ໍ​ຊົມ​ເຊີຍ​ບັນ​ດາ​ຜູ້​ເສັງ​ໄດ້​ຄະ​ແນນ​ສູງ​​ໃນ​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ, ວິ​ທະ​ຍາ​ໄລ ແລະ ໄດ້​ຮັບ​ສະ​ໝັກ​ເຂົ້າ​ເປັນລັດ​ຖະ​ກອ​ນ, ພາ​ລະ​ກອນ​ໂດຍ​ກົງ, ພ້ອມ​ທັງ​ໜູນ​ຊ່ວຍ​ດ້ານ​ການ​ເງິນ​ເພື່ອ​​ໃຫ້ເປົ້າ​ໝາຍ​ດັ່ງ​ກ່າວ​ເຂົ້າ​ຮ່ວມ​ບັນ​ດາ​ຊຸດ​ບຳ​ລຸງ​ສ້າງ​ເໜື​ອ​ມະ​ຫາ​ວິ​ທະ​ຍາ​ໄລ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ… ຈຳ​ນວນ​ເງິນ​​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ອົງ​ການ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ ໃນ​ບໍ​ລິ​ເວ​ນ​ເພີ່ມ​ຂຶ້ນ​ທົບ 2 ເທື່ອ​ໃນ​ໄລ​ຍະ 2008 – 2013. ທ່ານ​ນາງ ຫງວຽນ​ທິ​ບີກງອກ, ຮອງ​ປະ​ທານ​ຄະ​ນະ​ກ​ຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ: ໄລ​ຍະ​ຈະ​ມາ​ເຖິງ, ຮ່າ​ໂນ້ຍ​ຈະ​ປັບ​ປຸງ​ຂໍ້​ກຳ​ນົດ​ຫຼາຍ​ຢ່າງ​​ໃຫ້ເໝາະ​ສົມ​ກັບ​ສະ​ພາບ​ຕົວ​ຈິງ​ຂອງ​ນະ​ຄອນຫຼວງ, ພິ​ເສດ​ແມ່ນ​ເມື່ອ​ກົດ​ໝາ​ຍ​ວ່າ​ດ້ວຍ​ນະ​ຄອນຫຼວງ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ, ເພື່ອ​ໃຫ້​ນະ​ຄອນຫຼວງ​ຂະ​ຫຍັນ​ຂັນ​ເຄື່ອນ​ກ່​ວາ​ໃນ​ກາ​ນ​ນຳ​ໃຊ້​ບັນ​ດາ​ນະ​ໂຍ​ບາຍ​ໃຫ້​ແກ່​ຊາວ​ໜຸ່ມ.


ຂ່າວ/ບົດ​ອື່ນ