(vovworld) – ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13, ຕອນເຊົ້າວັນທີ 28/10, ບັນດາ ສສຊ ໄດ້ປະຊຸມຄົບຄະນະທີ່ຫໍປະຊຸມ, ຮັບຟັງລາຍງານກ່ຽວກັບບັນດາຮ່າງກົດໝາຍປະກາດໃຊ້ເອກະສານນິຕິກຳ, ກົດໝາຍວ່າດ້ວຍສຳມະໂນພົນລະເມືອງ ແລະ ປຶກສາຫາລືກ່ຽວກັບບາງເນື້ອໃນທີ່ຍັງມີຄຳເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍສຳມະໂນພົນລະເມືອງ. ຕອນບ່າຍວັນດຽວກັນ, ບັນດາ ສສຊ ປຶກສາຫາລື ບາງເນື້ອໃນທີ່ຍັງມີຄວາມເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍບັດປະຈຳຕົວພົນລະເມືອງ.
ຮ່າງກົດໝາຍວ່າດ້ວຍສຳມະໂນພົນລະເມືອງກຳນົດກ່ຽວກັບສິດ, ພັນທະຈົດທະບຽນສຳມະໂນພົນລະເມືອງ, ຫຼັກການ, ສິດ, ລະບຽບການຈົດທະບຽນສຳມະໂນພົນລະເມືອງ, ຂໍ້ມູນພື້ນຖານສຳມະໂນພົນລະເມືອງ ແລະ ຄວາມຮັບຜິດຊອບຄຸ້ມຄອງຂອງລັດກ່ຽວກັບສຳມະໂນພົນລະເມືອງ …
ຕອນບ່າຍວັນທີ 28/10, ສະພາແຫ່ງຊາດໄດ້ຮັບຟັງກຳມະການຄະນະປະຈຳສະພາແຫ່ງຊາດ, ຫົວໜ້າກຳມາທິການປ້ອງກັນຊາດ - ປ້ອງກັນຄວາມສະຫງົບຂອງສະພາແຫ່ງຊາດ ຫງວຽນກິມຄວາ, ສະເໜີບົດລາຍງານອະພິປາຍ, ຮັບເອົາຄຳເຫັນ, ປັບປຸງຮ່າງກົດໝາຍວ່າດ້ວຍບັດປະຈຳຕົວພົນລະເມືອງ. ກ່ຽວກັບຊື່ເອີ້ນຂອງຮ່າງກົດໝາຍ, ຄະນະປະຈຳສະພາແຫ່ງຊາດສະເໜີໃຫ້ສະບັບແຫ່ງຊາດຮັກສາຊື່ເອີ້ນວ່າ “ກົດໝາຍວ່າດ້ວຍບັດປະຈຳຕົວພົນລະເມືອງ” ຄືຮ່າງກົດໝາຍຂອງລັດຖະບານສະເໜີ. ຊື່ເອີ້ນນີ້ເໝາະສົມກັບເນື້ອໃນຕົ້ນຕໍຂອງຮ່າງກົດໝາຍກຳນົດກ່ຽວກັບບັດປະຈຳຕົວພົນລະເມືອງ, ສິດ, ຄວາມຮັບຜິດຊອບ, ໜ້າທີ່ຂອງອົງການ, ອົງການຈັດຕັ້ງ, ບຸກຄົນທີ່ກ່ຽວຂ້ອງ. ກ່ຽວກັບຄວາມຮັບຜິດຊອບໃນການຄຸ້ມຄອງບັດປະຈຳຕົວພົນລະເມືອງ, ຄະນະປະຈຳສະພາແຫ່ງຊາດຮັບຮູ້ວ່າ: ເລື່ອງລັດຖະບານມອບໃຫ້ກະຊວງຕຳຫຼວດສ້າງ, ຄຸ້ມຄອງຂໍ້ມູນເອກະສານແຫ່ງຊາດກ່ຽວກັບພົນລະເມືອງແມ່ນຮັບປະກັນປະສິດທິຜົນ, ປະຢັດ ແລະ ມີຄວາມເປັນໄປໄດ້. ສະພາແຫ່ງຊາດກໍ່ປຶກສາຫາລືກ່ຽວກັບບາງເນື້ອໃນທີ່ຍັງມີຄວາມເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍບັດປະຈຳຕົວພົນລະເມືອງ.