ສສຊ ກ່າວຄຳເຫັນຕໍ່ສະພາແຫ່ງຊາດ
(ພາບ: TTXVN)
|
(vovworld) – ວັນທີ 22/6, ເມື່ອປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍສະຖິຕິ (ສະບັບປັບປຸງ), ສະມາຊິກສະພາແຫ່ງຊາດ(ສສຊ) ເກືອບທັງໝົດໄດ້ເຫັນດີເຫັນພ້ອມກັບເລື່ອງຈຳເປັນຕ້ອງປັບປຸງກົດໝາຍວ່າດ້ວຍການສະຖິຕິ ເພື່ອແນໃສ່ແກ້ໄຂບັນດາສິ່ງຍັງຄົງຄ້າງຂອງກົດໝາຍວ່າດ້ວຍສະຖິຕິທີ່ພວມປະກາດໃຊ້. ບັນດາ ສສຊ ຖືວ່າ: ເລື່ອງກຳນົດການສະຖິຕິນອກລັດຮັບປະກັນສິດເສລີໃນການດຳເນີນທຸລະກິດຕາມຂໍ້ກຳນົດຂອງລັດຖະທຳມະນູນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການດ້ານຂໍ້ມູນຂ່າວສານສະຖິຕິຮັບໃຊ້ການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຂອງວິສາຫະກິດ ແລະ ຄວາມຕ້ອງການຂອງອົງການ, ສ່ວນບຸກຄົນ.
ກ່ອນໜ້ານັ້ນ, ເມື່ອປຶກສາຫາລືຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການເດີນທະເລ ຫວຽດນາມ, ບັນດາ ສສຊ ເຫັນດີເປັນເອກະສັນກັບຮ່າງກົດໝາຍເພື່ອແນໃສ່ເສີມຂະຫຍາຍບົດບາດຂອງຂະແໜງເດີນທະເລສຳລັບການພັດທະນາເສດຖະກິດ - ສັງຄົມ ແລະ ການເຊື່ອມໂຍງເຂົ້າກັບໂລກ ຂອງ ຫວຽດນາມໃນໄລຍະໃໝ່, ສ້າງການຫັນປ່ຽນໂດຍພື້ນຖານ, ກະໂດດຂັ້ນ, ຊຸກຍູ້ຂະແໜງເດີນທະເລ ພັດທະນາເໝາະສົມກັບທີ່ຕັ້ງບົດບາດ, ຄວາມສາມາດບົ່ມຊ້ອນ. ທ່ານນາງຮ່ວາງທິຮວາ, ສສຊ ແຂວງ ບັກຢາງ, ສະເໜີວ່າ:
“ຂ້າພະເຈົ້າສະເໜີປັບປຸງຮ່າງກົດໝາຍວ່າດ້ວຍການເດີນທະເລ ຄັ້ງນີ້ຕາມທິດນຳໃຊ້ວິທະຍາສາດເຕັກໂນໂລຢີໃໝ່ໃຫ້ແກ່ຂະແໜງການເດີນທະເລ ຫວຽດນາມ ພັດທະນາ. ລັດຕ້ອງລົງທຶນຄຸ້ມຄອງບັນດາທ່າກຳປັ່ນມີທີ່ຕັ້ງສຳຄັນ ແລະ ຂົງເຂດກ່ຽວຂ້ອງເຖິງຄວາມສະຫງົບ, ຄວາມປອດໄພໃນການເດີນທະເລ ຫຼື ບັນດາຂະແໜງການຕາມຕະຫຼາດເຊິ່ງວິສາຫະກິດບໍ່ລົງທຶນ. ພ້ອມກັນນັ້ນ ກໍ່ຮ່ວມສຳພັນລະຫວ່າງເຂດ, ພາກໃນທົ່ວປະເທດ ແລະ ລະຫວ່າງຄົມມະນາຄົມທາງນ້ຳພາຍໃນປະເທດ, ທາງລົດໄຟ, ທາງບົກ, ທາງອາກາດເພື່ອແນໃສ່ເສີມຂະຫຍາຍທ່າແຮງການເດີນທະເລ ຫວຽດນາມ ຢ່າງສູງສຸດ ເພື່ອແນໃສ່ຮັບໃຊ້ການພັດທະນາເສດຖະກິດ, ຮັກສາອະທິປະໄຕ ແລະ ການຮ່ວມມືສາກົນໃນໄລຍະປະຈຸບັນ.”