ເລີ່ມຕົ້ນສັບປະດາເຮັດວຽກທີ 4, ຂອງກອງປະຊຸມສະ
ໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ 13
(ພາບປະກອບ)
(vovworld) – ວັນທີ 9/11, ເລີ່ມຕົ້ນສັບປະດາເຮັດວຽກທີ 4, ຂອງກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ 13. ຕາມລາຍການເຮັດວຽກ, ຕອນເຊົ້າວັນທີ 9/11, ສະພາແຫ່ງຊາດຮັບຟັງບົດລາຍງານສະຫລຸບ, ບົດລາຍງານກວດກາເລື່ອງຜັນຂະຫຍາຍການສືບຕໍ່ປະຕິບັດທົດລອງລະບອບ ພະນັກງານປະຕິບັດຄຳຕັດສິນຂອງສານແພ່ງ ແລະ ຮ່າງມະຕິກ່ຽວກັບການປະຕິບັດລະບອບນີ້. ຫລັງຈາກນັ້ນ ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການຈັບຕົວ, ກັກຂັງຊົ່ວຄາວ. ໃນສັບປະດາເຮັດວຽກນີ້, ສະພາແຫ່ງຊາດ ຮັບຮອງເອົາມະຕິກ່ຽວກັບຮ່າງງົບປະມານແຫ່ງລັດປີ 2016, ສະພາແຫ່ງຊາດກໍ່ຈະປຶກສາຫາລືກ່ຽວກັບຮ່າງກົດໝາຍສຳຄັນອື່ນຈຳນວນໜຶ່ງ ແລະ ລົງປະຊາມະຕິຮັບຮອງເອົາມະຕິກ່ຽວກັບການຈັດແບ່ງງົບປະມານສູນກາງປີ 2016.