ທ່ານ Tran Du Lich ສະມາຊິກສະພາແຫ່ງຊາດນະຄອນໂຮ່ຈິມິນ
(ພາບ:economy.vn)
(VOV)- ວັນທີ 30/10, ບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບສະພາບການປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມປີ 2012, ແຜນການພັດທະນາເສດຖະກິດ-ສັງຄົມປີ 2013.
ກ່ຽວກັບສະພາບການປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມປີ 2012, ບັນດາຄຳເຫັນໄດ້ເຫັນດີເປັນເອກພາບວ່າ: ນະໂຍບາຍບໍລິຫານເສດຖະກິດມະຫາພາກຂອງລັດຖະ ບານໃນປະຈຸບັນພວມປະຕິບັດຢ່າງຖືກທິດ, ບັນລຸໄດ້ 10 ໃນຈຳນວນ 15 ຄາດໝາຍທີ່ໄດ້ວາງອອກ.. ໃນ 9 ເດືອນຜ່ານມາ, ເສດຖະກິດມະຫາພາກໄດ້ຮັບການຮັກສາໄວ້ເປັນປົກກະຕິ, ຮັບປະກັນຊີວິດສັງຄົມ, ໄຟເງິນເຟີ້ໄດ້ຮັບການຄວບຄຸມໃນເບື້ອງຕົ້ນແລ້ວທ່ານ Tran Du Lich ສະມາຊິກສະພາແຫ່ງຊາດນະຄອນໂຮ່ຈິມິນ ໃຫ້ຄຳເຫັນວ່າ:
“ກ່ຽວກັບແຜນການປີ 2013, ບັນດາຄາດໝາຍໃຫ່ຍຊື່ງລັດຖະບານຍົກອອກມາໄດ້ຮັບການຊັ່ງຊາຢ່າງລະອຽດທີ່ສຸດ. ຍົກຕົວຢ່າງຄື: ຄາດຄະເນ GDP ປີ 2013 ບັນລຸ 5,5% ແມ່ນອາດຈະປະຕິບັດໄດ້ ຖ້າຫາກພວກເຮົາມີບັນດາມາດຕະການທີ່ແຮງກ່ວາເພື່ອຟື້ນຕົວພື້ນຖານເສດຖະກິດ. ບໍ່ຈຳເປັນຕ້ອງມີການລົງທຶນໃໝ່, ພຽງແຕ່ຂຸດຄົ້ນສິ່ງທີ່ມີຢູ່ນັ້ນ, ລະດັບເຕີບໂຕ GDP ກໍ່ຈະບັນລຸໄດ້ 7% ແລ້ວ“.
ບັນດາຄຳເຫັນໄດ້ເນັ້ນໜັກວ່າ: ໜ້າທີ່ອັນດັບໜຶ່ງໃນປະຈຸບັນແມ່ນ: ສືບຕໍ່ຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ແກ້ໄຂໜີ້ເສຍ, ພ້ອມທັງສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ດ້ວຍເລື່ອງສ້າງຕັ້ງຄະນະກຳມະການແຫ່ງຊາດກ່ຽວກັບການສ້າງໂຄງປະກອບເສດຖະກິດຄືນໃໝ່ໂດຍທ່ານນາຍົກລັດຖະມົນຕີ ນຳໜ້າ. ທ່ານ Le Huu Duc ສະມາຊິກສະພາແຫ່ງຊາດແຂວງ Khanh Hoaໃຫ້ຄຳເຫັນວ່າ:
“ຂ້າພະເຈົ້າເຫັນດີກັບທັດສະນະຂອງກະຊວງການເງິນແມ່ນໜ້າທີ່ແກ້ໄຂໜີ້ເສຍແມ່ນຂອງບັນດາອົງການສິນເຊື່ອ ແລະ ທະນາຄານ. ແຕ່ວ່າເພື່ອແກ້ໄຊບັນຫານີ້ໃຫ້ເຖິງຖອງ ຂ້າພະເຈົ້າສະໜັບສະໜູນແຜນນະໂຍບາຍສ້າງຕັ້ງບໍລິສັດຊື້ຂາຍໜີ້ແຫ່ງຊາດຂອງລັດຖະບານເພື່ອແກ້ໄຂໜີ້ເສຍ. ເພື່ອແກ້ໄຂສິນຄ້າຄ້າງສາງ, ຕ້ອງຊຸກຍູ້ການໃຊ້ສອຍ, ຕ້ອງຈຳໜ່າຍພັນທະບັດກິດຈະກຳໃຫ້ບາງກິດຈະກຳກໍ່ສ້າງຈຸດສຸມຂອງຊາດ, ຊີວິດຂອງປະຊາຊົນ, ໃຫ້ບຸລິມະສິດແກ້ຄົມມະນາຄົມຂົນສົ່ງ….“