(ພາບ:tuoitre.vn)
(vovworld)- ໝາກຜົນການລົງຄະແນນສຽງໄວ້ວາງໃຈສຳລັບ 47 ຕຳແໜ່ງໂດຍສະພາແຫ່ງຊາດເລືອກຕັ້ງ ຫຼື ໃຫ້ສັດຕະບາບັນ ໄດ້ຮັບການປະກາດຢ່າງເປັນທາງການໃນວາລະເຮັດວຽກເມື່ອຕອນເຊົ້າວັນທີ 11/6 ຂອງກອງປະຊຸມສະໄໝສາມັນເທື່ອທີ 5 ສະເພາແຫ່ງຊາດຫວຽດນາມ ຊຸດທີ 13. ແຕ່ລະຕຳແໜ່ງຖືກປະກາດຕາມ 3 ລະດັບຄື : ໄດ້ຮັບຄວາມໄວ້ວາງໃຈສູງ, ໄດ້ຮັບຄວາມໄວ້ວາງໃຈ ແລະ ໄດ້ຮັບຄວາມໄວ້ວາງໃຈຕ່ຳ. ຕາມໝາກຜົນນີ້, ບໍ່ມີຕຳແໜ່ງໃດຕົກຢູ່ໃນລະດັບໄດ້ຮັບຄວາມໄວ້ວາງໃຈຕ່ຳກ່ວາເຄິ່ງໜຶ່ງໃນການລົງຄະແນນສຽງໄວ້ວາງໃຈເປັນຄັ້ງທຳອິດຢູ່ສະພາແຫ່ງຊາດ. ໃນ 3 ຕຳແໜ່ງຫຼັກແຫຼ່ງຄື: ປະທານປະເທດ, ປະທານສະພາແຫ່ງຊາດ, ນາຍົກລັດຖະມົນຕີ, ອັດຕາສ່ວນໄດ້ຮັບຄວາມໄວ້ວາງໃຈສູງຕາມລຳດັບແມ່ນ 66,27%; 65,86%; 42,17%.
ເມື່ອຕີລາຄາໂດຍສັງເຂບກ່ຽວກັບການລົງຄະແນນສຽງໄວ້ວາງໃຈຄັ້ງນີ້, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຊິງຮຸ່ງ ເນັ້ນໜັກວ່າ:
“ບັນດາທ່ານໄດ້ຮັບການລົງຄະແນນສຽງໄວ້ວາງໃຈລ້ວນແຕ່ຮັບຜິດຊອບບັນດາຂົງເຂດເຄັ່ງຮ້ອນ. ສະພາແຫ່ງຊາດຮຽກຮ້ອງໃຫ້ມີຄວາມຮັບຜິດຊອບສູງກ່ວາ. ອັດຕາສ່ວນການລົງຄະແນນສຽງໄວ້ວາງໃຈສູງຂອງສະພາແຫ່ງຊາດສຳລັບແຕ່ລະຕຳແໜ່ງແມ່ນການລະດົມກຳລັງໃຈ ທັງແມ່ນການຕີລາຄາ, ຮັບຮູ້ບັນດາໝາກຜົນໃນການປະຕິບັດງານບັນລຸໄດ້ໃນໄລຍະຜ່ານມາ. ສ່ວນອັດຕາສ່ວນໄດ້ຮັບຄວາມໄວ້ວາງໃຈຕ່ຳ ຮຽກຮ້ອງໃຫ້ຜູ້ນຳກະຊວງ, ຂະແໜງການ, ຂົງເຂດຕ່າງໆຕ້ອງປະຕິບັດໜ້າທີ່ໄດ້ຮັບມອບໝາຍໃຫ້ສຳເລັດດີກ່ວາອີກໃນຈຸດເວລາທີ່ປະເທດຊາດພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ”.
ສ່ວນທ່ານໂງວັນມິງ ສສຊ ແຂວງກວາງນາມ ໃຫ້ຂໍ້ສັງເກດວ່າ:
“ຂ້າພະເຈົ້າບໍ່ແປກປະຫຼາດໃຈຕໍ່ໝາກຜົນນີ້, ຕາມຂ້າພະເຈົ້າແລ້ວ, ໝາກຜົນໄດ້ສ່ອງແສງຖືກກັບເນື້ອແທ້ ແຕ່ການປ່ອນບັດຄັ້ງນີ້ກໍ່ແມ່ນຜົນສຳເລັດໃນເບື້ອງຕົ້ນ. ຂ້າພະເຈົ້າປາດຖະໜາວ່າ, ໃນຂົງເຂດທີ່ມີອັດຕາສ່ວນໄວ້ວາງໃຈຕ່ຳ, ຜູ້ນຳຂອງຂະແໜງນັ້ນຄວນຄົ້ນຄ້ວາເພື່ອປັບປຸງ, ນັ້ນກໍ່ແມ່ນຈຸດປະສົງຂອງການລົງຄະແນນສຽງໄວ້ວາງໃຈຄັ້ງນີ້ ເພື່ອໃຫ້ກົງຈັກເຄື່ອນໄຫວໄດ້ດີກ່ວາອີກ, ມີປະສິດທິຜົນກ່ວາອີກ, ຕອບສະໜອງໄດ້ຄວາມມຸ້ງມາດປາດຖະໜາຂອງ ສສຊ ແລະ ປະຊາຊົນ”.
ເລື່ອງສະພາແຫ່ງຊາດໄດ້ດຳເນີນການລົງຄະແນນສຽງໄວ້ວາງໃຈສຳລັບ 47 ຕຳແໜ່ງໂດຍສະພາແຫ່ງຊາດເລືອກຕັ້ງ ຫຼື ໃຫ້ສັດຕະບາບັນ ເປັນຄັ້ງທຳອິດ ແລະ ປະກາດໝາກຜົນຢ່າງເປີດເຜີຍໃຫ້ທົ່ວປວງຊົນ ໄດ້ຮັບການຕອບສະໜອງຢ່າງຕັ້ງໜ້າຂອງຜູ້ມີສິດເລືອກຕັ້ງທົ່ວປະເທດ. ຄຳເຫັນສ່ວນຫຼາຍໄດ້ເຫັນດີເຫັນພ້ອມ, ຕີລາຄາສູງໝາກຜົນຂອງການລົງຄະແນນສຽງໄວ້ວາງໃຈຄັ້ງນີ້.
ພາຍຫຼັງທີ່ໝາກຜົນຂອງການລົງຄະແນນສຽງໄວ້ວາງໃຈຖືກປະກາດໃນບັນດາພາຫະນະສື່ມວນຊົນ, ຜູ້ມີສິດເລືອກຕັ້ງມີຄວາມປິຕິຊົມຊື່ນຍ້ອນວ່າ: ການລົງ ຄະແນນສຽງໄວ້ວາງໃຈຄັ້ງນີ້ ໄດ້ຕອບສະໜອງຕາມຄວາມລໍຄອຍຂອງປະຊາຊົນ. ທ່ານເຈິ່ນວັນຮຸ່ງ ຜູ້ມີສິດເລືອກຕັ້ງຢູ່ຮ່າໂນ້ຍ ຖືວ່າ: ນີ້ແມ່ນບ້າວກ້າວປ່ຽນໃໝ່ທີ່ສຳຄັນ:
“ນີ້ແມ່ນຈຸດໃໝ່ອຽມຂອງສະພາແຫ່ງຊາດຊື່ງສະໄໝປະຊຸມຄັ້ງກ່ອນບໍ່ມີ. ການເຄື່ອນໄຫວນີ້ໄດ້ຊ່ວຍໃຫ້ປະຊາຊົນເຂົ້າໃຈ ແລະ ຮູ້ລະດັບໄວ້ວາງໃຈຂອງບັນດາຕຳແໜ່ງສູງສຸດຂອງປະເທດຊາດໂດຍປະຊາຊົນເລືອກຕັ້ງ. ຂ້າພະເຈົ້າຄິດວ່າ, ຜ່ານການປ່ອນບັດນີ້ ບັນດາທ່ານໄດ້ຮັບການປ່ອນບັດຈະຍົກສູງຄວາມຮັບຜິດຊອບຂອງຕົນ ແລະ ເຫັນໄດ້ຈຸດດີຈຸດອ່ອນເພື່ອປັບປຸງ ແລະ ປະຕິບັດໜ້າທີ່ເປັນຢ່າງດີກ່ວາອີກ”.
ທ່ານເຈິນກົງຊື້ ຮອງຫົວໜ້າພະແນກປະຊາທິປະໄຕກົດໝາຍ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງດັກນົງ ເວົ້າວ່າ:
“ອາດຈະເວົ້າໄດ້ວ່າ ນີ້ແມ່ນການປະຕິຮູບ ແລະ ໄດ້ພິສູດດໃຫ້ເຫັນດ້ວຍໝາກຜົນທີ່ພາວະວິໄສທີ່ສຸດ, ປະຊາທິປະໄຕ, ເປີດເຜີຍໃນການລົງຄະແນນສຽງໄວ້ວາງໃຈ. ຂ້າພະເຈົ້າຫວັງວ່າ, ການປ່ອນບັດນັບມື້ນັບຈະໄດ້ຮັບການປະຕິບັດຢ່າງມີປະສິດທິຜົນກ່ວາ, ປະກອບສ່ວນສ້າງ ແລະ ປັບປຸງອຳນາດການປົກຄອງ”.