ສະພາແຫ່ງຊາດລັດເຊຍກຽມພ້ອມຮ່ວມມືກັບບັນດາຄູ່ຮ່ວມມືຝ່າຍຕາເວັນຕົກ

ສະພາແຫ່ງຊາດລັດເຊຍກຽມພ້ອມຮ່ວມມືກັບບັນດາຄູ່ຮ່ວມມືຝ່າຍຕາເວັນຕົກ - ảnh 1
ກອງປະຊຸມຂອງ ດູມາແຫ່ງຊາດລັດເຊຍ ໃນວັນທີ 11/4/2012
(ພາບ: AFP/TTXVN)

(vovworld) – ວັນ​ທີ 13/9, ທ່ານ​ປະທານ​ ດູ​ມາ ​ແຫ່ງ​ຊາດ ລັດ​ເຊຍ (ສະພາ​ຕຳ່) Sergei Naryshkin ຖະ​ແຫຼ​ງວ່າ: ສະພາ​ແຫ່ງ​ຊາດ​ປະ​ເທດ​ນີ້ ກຽມພ້ອມ​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື ອາ​ເມ​ລິ​ກາ ​ແລະ ສືບ​ຕໍ່​ຮັກສາ​ບັນດາ​ການ​ຕິດ​ຕໍ່​ພົວພັນ​ຕັ້ງໜ້າ​ກັບ ​ເອີ​ລົບ. ສຳນັກ​ຂ່າ​ວສານ Itar – tass ຄັດ​ສະ​ເໜີ​ຄຳ​​ເວົ້າຂອງທ່ານ Naryshkin ທີ່ຖື​ວ່າ “ບໍ່​ວ່າການ​ໂອ້​ລົມ​ສົນທະນາ​ໃດໆ, ພິ​ເສດ​ແມ່ນ​ບັນດາ​ການ​​ໂອ້​ລົມ​ສົນທະນາ​ລັດຖະສະພາ, ກໍ່ຕ້ອງ​ໄດ້​ຮັບ​ການຈັດ​ຕັ້ງຂຶ້ນ​ບົນ​ພື້ນຖານຄວາມ​ສະ​ເໝີ​ພາບ ​ແລະ ​ເຄົາລົບ​ຄຳ​ເຫັນ​ຂອງ​ກັນ. ອ​າເມ​ລິ​ກາ ຄວນ​ປະລະ​ນິດ​ໄສບັງ​ບຽດ ​ແລະ ​ແນວ​ຄິດຖື​ຕົນ​ເອງ​ສູງ​ກ່ວາ​ເພິ່ນ, ຢັ້ງຢືນ​ທຸກໆ​ການ​ໂອ້​ລົມ​ສົນທະນາ ຈະ​ບໍ່​ມີ​ຜົນ​​ຖ້າ​ຫາກ ອາ​ເມ​ລິ​ກາ ຍັງ​ຮັກສາ​ແນວ​ຄິດຄື​ດັ່ງກ່າວ.

    ທ່ານ Naryshkin ກໍ່​ສະ​ແດງ​ຄວາມ​ຫວັງ​ວ່າ: ສຸດ​ທ້າຍ ອາ​ເມ​ລິ​ກາ ຈະ​ເຂົ້າ​ໃຈຄວາມ​ຮັບ​ຜິດ​ຊອບ​ສາກົນ​ຂອງ​ຕົນ​ເພື່ອ​​ໃຫ້​ບັນດາ​ການ​ໂອ້​ລົ​ມສົນທະນາ​ຄື​ແນວ​ນີ້​​ສາມາດ​ເປັນ​ໄປ​ໄດ້. ທ່ານ​ຢັ້ງຢືນ​ວ່າ: ​ໂດຍ​ບໍ່​ຫົວຊາ​ຕໍ່​ບັນດາ​ມາດ​ຕະການ​ລົງ​ໂທດ​ຕ້ານ ມົດສກູ, ດູ​ມາ​ແຫ່ງ​ຊາດ ລັດ​ເຊຍ ຍັງ​ພົວພັນຢ່າງ​ຕັ້ງໜ້າ​ກັບ​ບັນດາ​ຄູ່​ຮ່ວມ​ມື​ເອີ​ລົບ ກໍ່​ຄື​ສືບ​ຕໍ່​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື​ຢູ່​ພາກ​ພື້ນ​ຝ່າຍ​ຕາ​ເວັນ​ອອກ ​ແລະ ພາກ​ໃຕ້​ຂອງ​ໂລກ.


ຂ່າວ/ບົດ​ອື່ນ